• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງຕ້ອນຮັບຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ

ວັນທີ 27 ກຸມພາ, ຢູ່ສຳນັກງານຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ໃຫ້ການຕ້ອນຮັບທ່ານນາງ Arancha Gonzalez ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ (ITC), ເນື່ອງໃນໂອກາດທ່ານນາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຫວຽດນາມ ແຕ່ວັນທີ 26 -28 ກຸມພາ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ
ຕ້ອນຮັບທ່ານນາງ Arancha Gonzalez ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ  

ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມື ແລະ ປາດຖະຫນາຢາກສືບຕໍ່ໄດ້ຮັບການຫນູນຊ່ວຍຈາກ ITC. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ມີຄວາມປາດຖະຫນາວ່າ ITC ຫນູນຊ່ວຍສ້າງຕັ້ງບັນດາແຫລ່ງສະຫນອງຂໍ້ມູນຂ່າວສານ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ສຳຜັດກັບຂໍ້ມູນຂ່າວສານຕະຫລາດ, ຊ່ວຍໃຫ້ບັນດາວິສາຫະກິດມີຂໍ້ຕົກລົງດຳເນີນທຸລະກິດຢ່າງມີປະສິດທິຜົນ. ພ້ອມທັງ ITC ໃຫ້ຄຳປຶກສາແກ່ລັດຖະບານຫວຽດນາມ ສ້າງຍຸດທະສາດຫນູນຊ່ວຍບັນດາວິສາຫະກິດເຂົ້າຮ່ວມລະບົບມູນຄ່າສາກົນຢ່າງເລິກເຊິ່ງກວ່າ.

ກ່ຽວຂ້ອງເຖິງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ສະເຫນີ ທ່ານນາງ Arancha Gonzalez ແລະ ITC ສະຫນັບສະຫນູນ ແລະ ປະກອບສ່ວນຊຸກຍູ້ການລົງນາມໂດຍໄວ ແລະ ໃຫ້ສັດຕະຍາບັນສັນຍາ EVFTA, ພ້ອມທັງຫນູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ແກ່ຫວຽດນາມ ເພື່ອປະຕິບັດບັນດາຄຳໝັ້ນໝາຍໃນສັນຍາຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ: ການ​ທູດ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ລະ​ອຽດ​, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ: ການ​ທູດ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ລະ​ອຽດ​, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ເປັນ​ຄັ້ງ​ທຳ​ອິດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ກຳ​ນົດ​ການ​ຕ່າງ​ປະ​ເທດ ແມ່ນ​ “ໜ້າ​ທີ່​ຈຸດ​ສຸມ, ເປັນປະ​ຈຳ”.

Top