• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ນະທີ່ນີ້, ທ່ານ ມອນໄຊ ລາວມົວຊົ່ງ ຢັ້ງຢືນວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຈະສືບຕໍ່ສົມທົບກັບຄະນະຊາວໜຸ່ມພັກກອມມູນິດໂຮ່ຈີມິນ ປະຕິບັດການຊີ້ນຳຂອງການນຳສອງປະເທດ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອການພົວພັນ ຫວຽດນາມ - ລາວ ຢ່າງແໜ້ນແຟ້ນ
  ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ເບື້ອງຊ້າຍ ແລະ ທ່ານ ມອນໄຊ ລາວມົວຊົ່ງ, ເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ພາບ:TTXVN)  

ວັນທີ 14 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຕ້ອນຮັບຄະນະຜູ້ແທນສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍທ່ານ ມອນໄຊ ລາວມົວຊົ່ງ, ເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໜ້າ, ເນື່ອງໃນໂອກາດຄະນະມາ ຫວຽດນາມ ເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບຊາວໜຸ່ມ ຫວຽດນາມ  - ລາວ ແລະ ການເຄື່ອນໄຫວ “ຕາມຮອຍຜູ້ນຳ” ປີ 2022. ນະທີ່ນີ້, ທ່ານ ມອນໄຊ ລາວມົວຊົ່ງ ຢັ້ງຢືນວ່າ: ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວ ຈະສືບຕໍ່ສົມທົບກັບຄະນະຊາວໜຸ່ມພັກກອມມູນິດໂຮ່ຈີມິນ ປະຕິບັດການຊີ້ນຳຂອງການນຳສອງປະເທດ, ສຶກສາໃຫ້ລຸ້ນໜຸ່ມກ່ຽວກັບມູນເຊື້ອການພົວພັນ ຫວຽດນາມ - ລາວ ຢ່າງແໜ້ນແຟ້ນ, ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນຳການພົວພັນລະຫວ່າງອົງການຊາວໜຸ່ມສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ  -ລາວ.

ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ: ຄະນະຊາວໜຸ່ມສອງປະເທດຕ້ອງສາມັກຄີ, ຮ່ວມມືແໜ້ນແຟ້ນກ່ວາອີກ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ແລກປ່ຽນບັນດາບົດຮຽນ, ຮູບແບບວຽກງານທີ່ດີ, ແທດຈິງ, ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຫຼາຍກ່ວາໃຫ້ແກ່ການພັດທະນາຂອງແຕ່ລະປະເທດກໍ່ຄືໃຫ້ແກ່ການພົວພັນຂອງສອງປະເທດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top