• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຫງວຽນທ້ຽນເຍີນພົບປະກັບບັນດາກຳມະການຄະນະກຳມະການແນວໂຮມປະເທດຊາດເຊິ່ງແມ່ນຊາວຫວຽດນາມຢູ່ຕ່າງປະເທດ

ທ່ານ ຫງວຽນ​ທ້ຽນ​ເຍີນ ຖ່າຍ​ຮູບ​ກັບ​ບັນ​ດາ​ຜູ້​ແທນ
          ຕອນ​ຄ່ຳ​ວັ​ນ​ທີ 3/1, ໃນ​ການ​ພົບ​ປະ​ກັບ​ບັນ​ດາ​ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຊຸ​ດ​ທີ 8 ເຊິ່ງ​ແມ່ນ​ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ຝາ​ກ​ຄຳ​ອວຍ​ພອນ​​ປີ​ໃໝ່ເຖິງ​ບັນ​ດາ​ກຳ​ມະ​ການ​​ດ້ວຍ​ຄວາມ​ສະ​ຫງົບສຸກ, ປະ​ສົບ​ຜົນ​ສຳ​ເລັດ, ພ້ອມ​ທັງ​ຝາກ​ຄຳ​ອວຍ​ພອນ​ເຖິງ​ປະ​ຊາ​ຄົ​ມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ປະ​ເທດ​ຕ່າງໆນັບ​ມື້​ນັບ​​ມີ​ຄວາມສາ​ມັກ​ຄີ ແລະ ພັດ​ທະ​ນາ. ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ກໍ່​ແຈ້ງ​​ໃຫ້​ຊາບກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ, ສັງ​ຄົມ, ບັນ​ດາ​ຂົງ​ເຂດ​​ທີ່ມີ​ທ່າ​ແຮງ​ຂອງ ຫວຽດ​ນາມ ແລະ ບັນ​ດາ​ຜົນ​​ສຳ​ເລັດ​ໃນ​ວຽກ​ງານ​ແນວ​ໂຮມ​ໃນ​ປີ 2016. ທີ່​ການ​ພົບ​ປະ​ສັງ​ສັນ, ຜູ້​ຕາງ​ໜ້າ​ບັນ​ດາ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດກໍ່​ໄດ​້​ແບ່ງ​ປັນ​ຜົນ​ສຳ​ເລັດ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ, ພ້ອມ​ທັງ​ໄດ້​ຍົກ​ອອກ​ບັນ​ດາ​ຂໍ​້​ສະ​ເໜີ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ແນວ​ໂຮມ, ພັກ, ລັດ ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ​ອາ​ໄສຢູ່​ທຸກ​ແຖບ​ຖິ່ນ​ໃນ​ໂລກ​ອຸ່ນ​ອ່ຽນ​ໃຈ​ອອກ​ແຮງ​ງານ, ເຮັດ​ວຽກ ແລະ ​ນັບ​ມື້​ນັບມີ​​ຄວາມສະ​ໜິດ​ຕິດ​ພັນ​ກັບ​ບ້ານ​ເກີດ​ເມືອງນອນ​ກ່​ວາ​ອີກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top