• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານາທິບໍດີ ຟີລິບປິນ ຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິບປິນ

ການຢ້ຽມຢາມຈະຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງໜັກແໜ້ນລະຫວ່າງສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ໃນລະດັບສູງສຸດ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ຜ່ານຊ່ອງທາງພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ.
ທ່ານປະທານາທິບໍດີ ຟິລິບປິນ Ferdinand Romualdez Marcos Jr.

ວັນທີ 29 ມັງກອນ, ທ່ານປະທານາທິບໍດີ  ຟິລິບປິນ Ferdinand Romualdez Marcos Jr. ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ຫວຽດນາມ ໃນລະຫວ່າງວັນທີ 29 – 30 ມັງກອນ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.

ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບເຫດການນີ້, ທ່ານ ລ້າຍທ໋າຍບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຟິລິບປິນ ໄດ້ເນັ້ນໜັກວ່າ: ການຢ້ຽມຢາມຈະຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງໜັກແໜ້ນລະຫວ່າງສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ໃນລະດັບສູງສຸດ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງຝ່າຍໃນທຸກຂົງເຂດ, ຜ່ານຊ່ອງທາງພັກ, ລັດຖະບານ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ. ການຢ້ຽມຢາມກໍ່ມີຄວາມໝາຍສຳຄັນສຳລັບການເພີ່ມທະວີຄວາມສາມັກຄີ ອາຊຽນ ແລະ ບົດບາດໃຈກາງຂອງອາຊຽນ. ຜ່ານການຢ້ຽມຢາມ, ການຮ່ວມມືຍຸດທະສາດລະຫວ່າງສອງປະເທດຈະໄດ້ຮັບການປັບປຸງຢ່າງຮອບດ້ານ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາຢູ່ພາກພື້ນກໍ່ຄືໃນໂລກ. ທ່ານເອກອັກຄະລັດຖະທູດ ລ້າຍທ໋າຍບິ່ງ ໃຫ້ຮູ້ວ່າ: ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ການນຳຂັ້ນສູງສອງປະເທດຈະເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງສຳຄັນບາງສະບັບໃນຂົງເຂດຕ່າງໆ ຄື: ການເມືອງ - ການປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ຮ່ວມມືໃນການພັດທະນາກະສິກຳ ແລະ ຄ້ຳປະກັນດ້ານສະບຽງອາຫານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top