• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ: ວິທະຍາຄານເສນາຮັກ ຄວນຍູ້ແຮງຄວາມຄຶບຫນ້າຜະລິດ ວັກຊີນ Nanocovax

ໄລຍະຈະມາເຖິງ ວິທະຍາຄານ ຄວນເອົາໃຈໃສ່ການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງຕາມທິດສຳຜັດ ເຊື່ອມໂຍງເຂົ້າກັບລະດັບວິທະຍາສາດເຕັກໂນໂລຊີ ແລະ ພື້ນຖານການສຶກສາກ້າວຫນ້າຂອງໂລກ.
ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ  ເຮັດວຽກກັບວິທະຍາຄານເສນາຮັກ

ຕອນບ່າຍ ວັນທີ 1 ມິຖຸນາ, ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບວິທະຍາຄານເສນາຮັກ. ກ່າວຄຳເຫັນນະທີ່ນີ້ ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ຕີລາຄາສູງຄວາມມານະພະຍາຍາມ ແລະ ບັນດາຜົນງານຊື່ງ ວິທະຍາຄານເສນາຮັກ ບັນລຸໄດ້ ໃນຕະຫລອດ 72 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ພິເສດ ໃນວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19. ວິທະຍາຄານເສນາຮັກ ແມ່ນ ຫນຶ່ງໃນບັນດາຫົວຫນ່ວຍເຂົ້າຮ່ວມເປັນເຈົ້າການ, ຕັ້ງຫນ້າ, ມີປະສິດທິຜົນໃນໄລຍະຜ່ານມາ.

ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ສະເຫນີ : ໄລຍະຈະມາເຖິງ ວິທະຍາຄານ ຄວນເອົາໃຈໃສ່ການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງຕາມທິດສຳຜັດ ເຊື່ອມໂຍງເຂົ້າກັບລະດັບວິທະຍາສາດເຕັກໂນໂລຊີ ແລະ ພື້ນຖານການສຶກສາກ້າວຫນ້າຂອງໂລກ, ສືບຕໍ່ເພີ່ມທະວີວຽກງານຄຸ້ມຄອງ ແລະ ຍົກສູງຄຸນນະພາບການປິ່ນປົວ, ກວດພະຍາດ… ປະກອບສ່ວນຮັກສາສຸຂະພາບຂອງທະຫານ, ປະຊາຊົນ, ຮັກສາຄວາມສະຫງົບປອດໄພ ການປ້ອງກັນຊາດຢ່າງໝັ້ນຄົງ ແລະ ພັດທະນາເສດຖະກິດສັງຄົມ.

ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ຮຽກຮ້ອງວິທະຍາຄານ ສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງຮີບເຮັ່ງຍູ້ໄວການຜັນຂະຫຍາຍທົດລອງ ວັກຊີນ Nanocovax ໄລຍະ 3, ສູ້ຊົນໃຫ້ມີໝາກຜົນໄວເພື່ອມີວັກຊີນ ປ້ອງກັນພະຍາດໃຫ້ວົງຄະນາຍາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top