ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສະມາຄົມແພດໝໍໜຸ່ມ ຫວຽດນາມ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ.
ຕອນບ່າຍວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການພົບປະກັບແພດໝໍໜຸ່ມດີເດັ່ນ ຫວຽດນາມ ປີ 2021, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສະມາຄົມແພດໝໍໜຸ່ມ ຫວຽດນາມ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ຮັບເອົາຜົນງານດ້ານການແພດທີ່ກ້າວໜ້າໃນໂລກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ຮັບຮູ້ ແລະ ຂອບໃຈຕໍ່ບັນດາແພດໝໍເວົ້າລວມ ແລະ ແພດໝໍໜຸ່ມເວົ້າສະເພາະ ຍ້ອນໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບໃຫ້ສະມາຄົມແພດໝໍໜຸ່ມ ຫວຽດນາມ ຈຳນວນເງິນ 100 ລ້ານດົ່ງ ແລະ ມອບຂອງຂວັນໃຫ້ແກ່ບັນດາແພດໝໍໜຸ່ມດີເດັ່ນ.
(ແຫຼ່ງຄັດຈາກ VOV)