ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບແພດໝໍໜຸ່ມດີເດັ່ນ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສະມາຄົມແພດໝໍໜຸ່ມ ຫວຽດນາມ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສະມາຄົມແພດໝໍໜຸ່ມ ຫວຽດນາມ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ.

    

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການພົບປະ. (ພາບ: TTXVN)

ຕອນບ່າຍວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການພົບປະກັບແພດໝໍໜຸ່ມດີເດັ່ນ ຫວຽດນາມ ປີ 2021, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ສະມາຄົມແພດໝໍໜຸ່ມ ຫວຽດນາມ ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ຮັບເອົາຜົນງານດ້ານການແພດທີ່ກ້າວໜ້າໃນໂລກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ຍາມໃດກໍ່ຮັບຮູ້ ແລະ ຂອບໃຈຕໍ່ບັນດາແພດໝໍເວົ້າລວມ ແລະ ແພດໝໍໜຸ່ມເວົ້າສະເພາະ ຍ້ອນໄດ້ຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບໃຫ້ສະມາຄົມແພດໝໍໜຸ່ມ ຫວຽດນາມ ຈຳນວນເງິນ 100 ລ້ານດົ່ງ ແລະ ມອບຂອງຂວັນໃຫ້ແກ່ບັນດາແພດໝໍໜຸ່ມດີເດັ່ນ.

(ແຫຼ່ງຄັດຈາກ VOV)


top