
ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳ ຫວຽດນາມ Park Noh Wan ໃຫ້ຮູ້ວ່່າ ບັນດາວິສາຫະກິດສ.ເກົາຫຼີ ປາດຖະໜາຢາກໄດ້ຮັບການສ້າງເງື່ອນໄຂສະດວກກວ່າໃນການໄປມາ ເພື່ອສາມາດລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ; ທ່ານສະເໜີໃຫ້ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະໜັບສະໜູນລັດຖະບານ 2 ປະເທດສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 150 ຕື້ USD ໃນປີ 2030. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່່າ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງເພື່ອຍົກຂຶ້ນສູ່ລະດັບສູງໃໝ່; ທ່ານປະທານສະພາແຫ່ງຊາດໃຫ້ຮູ້ວ່າ ຫວຽດນາມ ຈະເປີດສາຍການບິນສາກົນຕິດພ້ອມເງື່ອນໄຂກ່ຽວກັບປາດສະປໍກ່ຽວກັບສຸຂະພາບ.
ຕອນບ່າຍວັນດຽວກັນ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ Pranay Verma, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ ການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ, ການນຳ 2 ປະເທດໄດ້ວາງອອກເປົ້າໝາຍນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸ 15 ຕື້ USD ໃນໄລຍະໄວທີ່ສຸດ.
(ແຫຼ່ງຄັດຈາກ VOV)