• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບການນຳແຂວງ ຢາລາຍ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ແຂວງ ຢາລາຍ ສ້າງ ແລະ ຜັນຂະຫຍາຍແຜນການ, ທິດທາງການພັດທະນາເສດຖະກິດ - ສັງຄົມໃຫ້ມີປະສິດທິຜົນ ແລະ ຮັບປະກັນການປ້ອງກັນຊາດ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມອບຂອງຂວັນໃຫ້ຄະນະປະຈຳຄະນະພັກແຂວງ ຢາລາຍ

ຕອນບ່າຍວັນທີ 26 ມັງກອນ, ຢູ່ແຂວງ ຢາລາຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມີການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ຢາລາຍ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ແຂວງ ຢາລາຍ ສ້າງ ແລະ ຜັນຂະຫຍາຍແຜນການ, ທິດທາງການພັດທະນາເສດຖະກິດ - ສັງຄົມໃຫ້ມີປະສິດທິຜົນ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດ ໄຕງວຽນ ຮອດປີ 2030, ວິໄສທັດຮອດປີ 2045; ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງແກ່ງແຍ້ງຂອງປະເທດຊາດ, ປະຕິບັດວຽກງານປະຕິຮູບການບໍລິຫານໃຫ້ເປັນຢ່າງດີ; ປ່ອຍເງິນລົງທຶນສາທາລະນະ; ຮຽກຮ້ອງການດຶງດູດນັກລົງທຶນປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົ່ງ ເພືື່ອເພີ່ມມູນຄ່າເພີ່ມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top