• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ

ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ.

ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ.

    

ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດ ສສ ຫວຽດນາມ ຕ້ອນຮັບ ທ່ານ Ory Csaba, ເອກອັກຄະລັດຖະທູດ ຮຸງກາຣີ

ຕອນບ່າຍວັນທີ 31 ພຶດສະພາ, ທີ່ຫໍປະຊຸມສະພາແຫ່ງຊາດ, ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Ory Csaba, ເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງບັນດາຄວາມຄືບໜ້າທີ່ຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດ. ພິເສດ, ໃນປີ 2018, ເນື່ອງໃນໂອກາດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫງວຽນຝູຈ້ອງ, ສອງຝ່າຍໄດ້ຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳສອງປະເທດ ໃນການເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງກ່ວາອີກ. ດ້ວຍບົດຮຽນປະສົບການເຮັດວຽກຢູ່ ຫວຽດນາມ, ກໍ່ຄືບົດບາດເຄີຍເປັນສະມາຊິກລັດຖະສະພາ, ທ່ານເອກອັກຄະລັດຖະທູດ Ory Csaba,  ໄດ້ແບ່ງປັນກັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່ຽວກັບໝາກຜົນການຮ່ວມມືລະຫວ່າງສະພາແຫ່ງຊາດ ຮຸງກາຣີ ແລະ ຫວຽດນາມ ໃນໄລຍະຜ່ານມາ, ໃນນັ້ນ, ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໄດ້ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດເລິກເຊິ່ງຂຶ້ນຕື່ມ, ພ້ອມກັນນັ້ນ ແມ່ນການຈັດຕັ້ງການໂອ້ລົມສົນທະນາຫົວເລື່ອງສະເພາະຄັ້ງຕ່າງໆຢ່າງມີປະສິດທິຜົນ ແລະ ແທດຈິງທີ່ສຸດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຫັນດີເປັນເອກະພາບກັບຄວາມເຫັນຂອງທ່ານເອກອັກຄະລັດຖະທູດ ຮຸງກາຣີ ແລະ ຖືວ່າ, ຂໍ້ຕົກລົງຮ່ວມມືນີ້ມີປະສິດທິຜົນທີ່ສຸດ, ຕ້ອງສືບຕໍ່ໄດ້ຮັບການຜັນຂະຫຍາຍເພື່ອເປັນພື້ນຖານຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top