• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕ້ອນຮັບການນຳກຸ່ມບໍລິສັດ Sembcorp, ທະນາຄານ UOB ຂອງ ສິງກະໂປ

ຫວຽດນາມ ໃຫ້ບຸລິມະສິດພັດທະນາການເງິນສີຂຽວ, ເຕັກໂນໂລຊີສູງ, ພະລັງງານທົດແທນ, ພະລັງງານສີຂຽວ, ເຊິ່ງແມ່ນບັນດາຂົງເຂດທີ່ ສິງກະໂປ ມີທ່າແຮງ
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕ້ອນຮັບທ່ານ Wee Ee Cheong, ຮອງປະທານ, ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງກຸ່ມບໍລິສັດທະນາຄານ United Overseas Bank)

ຕອນເຊົ້າວັນທີ 02 ທັນວາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສ.ສິງກະໂປ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ຕ້ອນຮັບທ່ານ Lee Ark Boon, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Sembcorp Development, ທັງເປັນປະທານສະພາບໍລິຫານ VSIP Group. ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝີ້ນ ຕີລາຄາສູງກຸ່ມບໍລິສັດ Sembcorp ໄດ້ລົງທຶນ 18 ໂຄງການເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຢູ່ 13 ແຂວງ, ນະຄອນ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານກວ່າ 300.000 ຄົນຢູ່ ຫວຽດນາມ; ທ່ານປາດຖະໜາວ່າ, ກຸ່ມບໍລິສັດ Sembcorp ສືບຕໍ່ເປີດກວ້າງການຮ່ວມມືຢູ່ ຫວຽດນາມ, ສຸມໃສ່ເຂົ້າບັນດາໂຄງການພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳອັດສະລິຍະ, ທັນສະໄໝ, ຍືນຍົງ ແລະ ປະຕິບັດບັນດາໂຄງການພະລັງານສະອາດ.

ທີ່ການຕ້ອນຮັບທ່ານ Wee Ee Cheong, ຮອງປະທານ, ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງກຸ່ມບໍລິສັດທະນາຄານ United Overseas Bank (UOB), ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ, ຫວຽດນາມ ໃຫ້ບຸລິມະສິດພັດທະນາການເງິນສີຂຽວ, ເຕັກໂນໂລຊີສູງ, ພະລັງງານທົດແທນ, ພະລັງງານສີຂຽວ, ເຊິ່ງແມ່ນບັນດາຂົງເຂດທີ່ ສິງກະໂປ ມີທ່າແຮງ; ທ່ານຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີທະນາຄານ UOB, ເປີດກວ້າງການເຄື່ອນໄຫວລົງທຶນໃນບັນດາຂົງເຂດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top