ຕອນບ່າຍວັນທີ 20 ພະຈິກ, ຢູ່ຫໍສະພາແຫ່ງຊາດ (ທີ່ ຮ່າໂນ້ຍ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ຫງວຽນທິແທັງງາ, ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Woo Won Shik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສ.ເກົາຫຼີ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ດຳເນີນການພົບປະເຈລະຈາ.
ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ຕີລາຄາສູງການທູດລັດຖະສະພາ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໄດ້ກາຍເປັນຈຸດປະກາຍພົ້ນເດັ່ນ, ພ້ອມກັນນັ້ນ ກໍ່ແບ່ງປັນບົດຮຽນໃນການສ້າງກົດໝາຍ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງຜູ້ແທນ ແລະ ປະຊາຊົນ 2 ປະເທດ.
ກ່ຽວກັບການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດໃນໄລຍະຈະມາເຖິງ, ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ສ້າງພື້ນຖານເພື່ອເປີດກວ້າງການຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດ. 2 ຝ່າຍເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ພັດທະນາຢ່າງມີປະສິດທິຜົນສອດຄ່ອງກັບຜົນປະໂຫຍດລວມຂອງທັງ 2 ຝ່າຍ, 2 ຝ່າຍກໍ່ຈະສືບຕໍ່ເປີດກວ້າງການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.
ກໍ່ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍບຕ່າງມີຄວາມສົນໃຈ. ພາຍຫຼັງການພົບປະເຈລະຈາ, ປະທານສະພາແຫ່ງຊາດ 2 ປະເທດ ກໍ່ໄດ້ດຳເນີນພິທີລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ສະບັບໃໝ່.








