ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ດຳເນີນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ

ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ຕີລາຄາສູງການທູດລັດຖະສະພາ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໄດ້ກາຍເປັນຈຸດປະກາຍພົ້ນເດັ່ນ
(ທີ່ການພົບປະເຈລະຈາ)

ຕອນບ່າຍວັນທີ 20 ພະຈິກ, ຢູ່ຫໍສະພາແຫ່ງຊາດ (ທີ່ ຮ່າໂນ້ຍ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ ຫງວຽນທິແທັງງາ, ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານ Woo Won Shik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສ.ເກົາຫຼີ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ການນຳ 2 ທ່ານໄດ້ດຳເນີນການພົບປະເຈລະຈາ.

        ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ຕີລາຄາສູງການທູດລັດຖະສະພາ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ໄດ້ກາຍເປັນຈຸດປະກາຍພົ້ນເດັ່ນ, ພ້ອມກັນນັ້ນ ກໍ່ແບ່ງປັນບົດຮຽນໃນການສ້າງກົດໝາຍ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງຜູ້ແທນ ແລະ ປະຊາຊົນ 2 ປະເທດ.

        ກ່ຽວກັບການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດໃນໄລຍະຈະມາເຖິງ, ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ສ້າງພື້ນຖານເພື່ອເປີດກວ້າງການຮ່ວມມືຢ່າງຮອບດ້ານໃນທຸກຂົງເຂດ. 2 ຝ່າຍເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດໃຫ້ພັດທະນາຢ່າງມີປະສິດທິຜົນສອດຄ່ອງກັບຜົນປະໂຫຍດລວມຂອງທັງ 2 ຝ່າຍ, 2 ຝ່າຍກໍ່ຈະສືບຕໍ່ເປີດກວ້າງການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

        ກໍ່ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍບຕ່າງມີຄວາມສົນໃຈ. ພາຍຫຼັງການພົບປະເຈລະຈາ, ປະທານສະພາແຫ່ງຊາດ 2 ປະເທດ ກໍ່ໄດ້ດຳເນີນພິທີລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ສ.ເກົາຫຼີ ສະບັບໃໝ່.


top