• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະສອງຝ່າຍກັບທ່ານນາງປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ

ຕອນບ່າຍວັນທີ 21 ພະຈິກ, ທີ່ຫໍສະພາແຫ່ງຊາດ ກຳປູເຈຍ ຢູ່ພະນົມເປັນ, ທ່ານນາງປະທານສະພາແຫ່ງຊາດ ກຳປູເຈຍ Samdech Khuon Sudary ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ທີ່ມາຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະສອງຝ່າຍກັບທ່ານນາງປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Khuon Sudary

ໃນການພົບປະສອງຝ່າຍທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດ 2 ທ່ານ ມີຄວາມປະຕິຊົມຊື່ນເມື່ອເຫັນວ່າ, ການພົວພັນລະຫວ່າງສອງພັກ, ສອງປະເທດ ໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ບັນລຸໄດ້ບັນດາຜົນງານສຳຄັນໃນບັນດາຂົງເຂດ.

        ປະທານສະພາແຫ່ງຊາດ 2 ທ່ານກໍເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍ, ຊຸກຍູ້ໝາກຜົນການຮ່ວມມືອັນດີງາມລະຫວ່າງ 2 ສະພາແຫ່ງຊາດ. ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ; ຕິດຕາມ, ຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາວິສາຫະກິດຕ້ອງຕັ້ງໜ້າຜັນຂະຫຍາຍສົນທິສັນຍາ, ສັນຍາ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ.

   ຕາມການນຳສອງທ່ານແລ້ວ, ສະພາແຫ່ງຊາດສອງປະເທດ ຕ້ອງມີຄວາມເອົາໃຈໃສ່, ປະກາດໃຊ້ບັນດານະໂຍບາຍກົດໝາຍອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ ຫວຽດນາມ ແລະ ຊາວກຳປູເຈຍ ເຊື້ອຊາດ ຫວຽດນາມ ມີຊີວິດການເປັນຢູ່ຖາວອນ, ທຳມາຫາກິນຢ່າງສະດວກ, ປະກອບສ່ວນພັດທະນາການພົວພັນສອງປະເທດ ກໍຄື ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ ຂອງ ກຳປູເຈຍ.

         ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ວາງພວງມາລາຢູ່ອະນຸສາວະລີເອກະລາດ; ຢູ່ອະນຸສາວະລີອະດີດພະບໍລົມວົງສານຸວົງ Norodom Sihanouk ແລະ ຢູ່ ອະນຸສວະລີມິດຕະພາບ ຫວຽດນາ - ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top