ຂ່າວສານ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ
Festival ເຂົ້າສານສາກົນ ຫວຽດນາມ ຄັ້ງທີ 2, ດ້ວຍຫົວຂໍ້ “ເຂົ້າສານສີຂຽວ ຫວຽດນາມ - ບັນລຸມາດຕະຖານສາກົນ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 22 ພະຈິກ, ຢູ່ນະຄອນ ເກິ່ນເທີ. ເຫດການແມ່ນເພື່ອເຊີດຊູຜົນງານໃນການພັດທະນາກະສິກຳ, ໂຄສະນາມໍລະດົກເຂົ້າສານຂອງ ຫວຽດນາມ; ພ້ອມກັນນັ້ນ, ກໍ່ສືບຕໍ່ຢືນຢັນທ່າແຮງ ແລະ ທີ່ຕັ້ງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ, ໃນການພັດທະນາຂະແໜງເຂົ້າສານ ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ຢືນຢັນວ່າ:
ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ ແລະ ປັບໃຫ້ເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ຂັ້ນຕອນປູກຝັງໝູນວຽນ, ຫັນເປັນດີຈີຕອນ, ນຳໃຊ້ວິທະຍາສາດ - ເຕັກໂນໂລຊີທີ່ກ້າວໜ້າ, ປັນຍາປະດິດ ເພື່ອຫຼຸດຜ່ອນລາຍຈ່າຍ, ປະຢັດຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມຊີວະນາໆພັນ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.






