ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ
  ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ກ່າວຄຳເຫັນທີ່ພິທີ. (ພາບ VNA)  

Festival ເຂົ້າສານສາກົນ ຫວຽດນາມ ຄັ້ງທີ 2, ດ້ວຍຫົວຂໍ້ “ເຂົ້າສານສີຂຽວ ຫວຽດນາມ - ບັນລຸມາດຕະຖານສາກົນ” ໄດ້​ໄຂຂຶ້ນໃນ​ຕອນ​ຄ່ຳ​ວັນ​ທີ 22 ພະຈິກ, ຢູ່​ນະ​ຄອນ ເກິ່ນເທີ. ເຫດ​ການ​ແມ່ນເພື່ອ​ເຊີດ​ຊູ​ຜົນ​ງານໃນການພັດທະນາກະສິກຳ, ໂຄ​ສະ​ນາມໍລະດົກເຂົ້າ​ສານຂອງ ຫວຽດນາມ; ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່ຢືນຢັນທ່າ​ແຮງ​ ແລະ ທີ່​ຕັ້ງ​ຂອງເຂດທົ່ງພຽງແມ່ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ເວົ້າສະເພາະ ແລະ ຫວຽດນາມ ເວົ້າ​ລວມ, ໃນການພັດທະນາ​ຂະ​ແໜງເຂົ້າ​ສານ ແລະ ຮັບປະກັນຄວາມໝັ້ນຄົງດ້ານ​ສະ​ບຽງອາຫານທົ່ວໂລກ.

​ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເຈິ່ນ​ແທັ​ງ​ເໝີ້ນ, ປະທານສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ, ຢືນຢັນວ່າ:

ຂະ​ແໜງເຂົ້າ​ສານຂອງ ຫວຽດນາມ ພວມ​ຢືນ​ຢູ່​ຕໍ່​ໜ້າ​ຄວາມ​ຮຽກ​ຮ້ອງ ແລະ ສິ່ງ​ທ້າ​ທາຍ​ໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້​ແຮງການ​ຫັນ​ເປັນ​ສີຂຽວ ແລະ ​ປັບໃຫ້ເໝາະ​ກັບ​ການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ຂັ້ນ​​ຕອນ​ປູກ​ຝັງໝູນ​ວຽນ, ຫັນເປັນດີຈີຕອນ, ນຳ​ໃຊ້ວິທະຍາສາດ - ເຕັກໂນໂລຊີທີ່ກ້າວໜ້າ, ປັນ​ຍາ​ປະ​ດິດ ເພື່ອຫຼຸດຜ່ອນລາຍຈ່າຍ, ປະຢັດຊັບພະຍາກອນ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຊີ​ວະ​ນາໆ​ພັນ ແລະ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.


top