• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສິ້ນສຸດການໄປປະຕິບັດງານຢູ່ເອີຣົບ ແລະ ເຂົ້າຮ່ວມກອງປະຊຸມ WCSP5 ຢ່າງຈົບງາມ

      ຕອນທຽງວັນທີ 12 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 (WCSP5) ຢູ່ ໂອຕາລິດ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສາທາລະນະລັດ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 4 – 11 ກັນຍາ ຢ່າງຈົບງາມ.
ການສົນທະນາ ລະຫວ່າງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກັບທ່ານປະທານລັດຖະສະພາເອີຣົົບ David Sassoli (ພາບ: TTXVN)
      ໃນການໄປປະຕິບັດງານຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍຄະນະມີການເຄື່ອນໄຫວທັງໝົດກວ່າ 70 ກິດຈະກຳຢ່າງລຽນຕິດ. ການຢ້ຽມຢາມ ໄດ້ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ສະແດງຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ; ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ. ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງການໄປປະຕິບັດງານຄັ້ງນີ້ ແມ່ນບັນດາໝາກຜົນລະອຽດຂອງການທູດວັກຊິນ ແລະ ການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ການເຂົ້າຮ່ວມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃນກອງປະຊຸມ WCSP5 ຢູ່ ໂອຕາລິດ ກໍຢັ້ງຢືນໃຫ້ເຫັນຄວາມເປັນເຈົ້າການ, ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ໃນບັນດາການເຄື່ອນໄຫວການຕ່າງປະເທດລັດຖະສະພາຫຼາຍຝ່າຍ.
      ບັນດາການເຄື່ອນໄຫວຢູ່ລັດຖະສະພາເອີຣົບ, ສະພາເອີລົບ ແລະ ແບນຂິກ, ການຢ້ຽມຢາມ ແຟງລັງ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ປະກອບສ່ວນເຮັດໃຫ້ໄມຕີຈິດມິດຕະພາບເລິກເຊິ່ງຂຶ້ນຕື່ມ ແລະ ຊ່ວຍຊຸກຍຸ້ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນຂົງເຂດການເມືອງ, ເສດຖະກິດ - ການຄ້າ - ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການສຶກສາ, ແລກປ່ຽນວັດທະນະທຳ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
      ເມື່ອກັບມາຮອດສະໜາມບິນສາກົນ ໂນ້ຍບາຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເປັນສັກຂີພິຍານພິທີ ມອບ - ຮັບເຄື່ອງຊ່ວຍເຫຼືອຈາກບັນດາອົງການ, ສ່ວນບຸກຄົນ ໃຫ້ແກ່ກະຊວງສາທາລະນະສຸກ ແລະ ແນວໂຮມປະເທດຊາດ ຫວຽດນາມ./.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top