• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ພົບປະກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ

ໃນການພົບປະ, ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາຂອງແຕ່ລະປະເທດ.
(ທີ່ການພົບປະ)

ໃນຂອບເຂດການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະສະພາ ຫວຽດນາມ-ກູບາ, ໃນຕອນຄ່ຳ (ວັນທີ 01 ຕຸລາ) ທີ່ ສຳນັກງານລັດຖະບານ (ຮ່າໂນ້ຍ) ທ່ານ Esteban lazo ປະທານສະພາແຫ່ງຊາດ ກູບາ ໄດ້ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ ທ່ານ ຟ້າມມິງຈີງ.

ໃນການພົບປະ, ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາຂອງແຕ່ລະປະເທດ, ພິເສດແມ່ນວິວັດການປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍການພັດທະນາທີ່ມີລັກສະນະຍຸດທະສາດເຊິ່ງ ພັກ-ລັດ ຫວຽດນາມ ກຳລັງຜັນຂະຫຍາຍໃນປະຈຸບັນ. ສ່ວນ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຈັດຜັນຂະຫຍາຍບັນດາມາດຕະການ ເພື່ອຊ່ວຍເຫຼືອ ກູບາ ຢ່າງແທດຈິງ, ລະອຽດ. ພິເສດແມ່ນບັນດາໂຄງການກະສິກຳຕາມຮູບແບບຂອງວິສາຫະກິດເພື່ອໜູນຊ່ວຍຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ກູບາ. ກໍ່ຄືຂົງເຂດສຳຄັນອື່ນໆ ເຊັ່ນ  ດ້ານພະລັງງານ ແລະ ເຕັກໂນໂລຊີຊີວະພາບ.

(ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ໃຫ້​ແກ່ ກາ​ຕາ ຄ້າຍ​ຄື​ກັນ​ມາດ​ຕາ​ທີ 5 ຂອງ​ກົດ​ບັດ NATO

ອາ​ເມ​ລິ​ກາ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ໃຫ້​ແກ່ ກາ​ຕາ ຄ້າຍ​ຄື​ກັນ​ມາດ​ຕາ​ທີ 5 ຂອງ​ກົດ​ບັດ NATO

ລັດຖະບັນຍັດ ມີຊື່: “ຮັບປະກັນຄວາມໝັ້ນຄົງຂອງ ລັດ ກາຕາ” ຊີ້ແຈ້ງວ່າ ອາເມລິກາ ຈະຖືບໍ່ວ່າການບຸກໂຈມຕີດ້ວຍອາວຸດໃດເລັງໃສ່ ຜືນແຜ່ນດິນ, ອະທິປະໄຕ ແລະ ພື້ນຖານໂຄງລ່າງສຳຄັນຂອງລັດ ກາຕາ ແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງອາເມລິກາ…

Top