ໃນການພົບປະ, ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາຂອງແຕ່ລະປະເທດ.
ໃນຂອບເຂດການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 2 ຂອງຄະນະກຳມະການລະຫວ່າງລັດຖະສະພາ ຫວຽດນາມ-ກູບາ, ໃນຕອນຄ່ຳ (ວັນທີ 01 ຕຸລາ) ທີ່ ສຳນັກງານລັດຖະບານ (ຮ່າໂນ້ຍ) ທ່ານ Esteban lazo ປະທານສະພາແຫ່ງຊາດ ກູບາ ໄດ້ພົບປະກັບ ນາຍົກລັດຖະມົນຕີ ຫວຽດນາມ ທ່ານ ຟ້າມມິງຈີງ.
ໃນການພົບປະ, ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາຂອງແຕ່ລະປະເທດ, ພິເສດແມ່ນວິວັດການປ່ຽນແປງໃໝ່ຢູ່ຫວຽດນາມ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍການພັດທະນາທີ່ມີລັກສະນະຍຸດທະສາດເຊິ່ງ ພັກ-ລັດ ຫວຽດນາມ ກຳລັງຜັນຂະຫຍາຍໃນປະຈຸບັນ. ສ່ວນ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈີງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຈະສືບຕໍ່ຈັດຜັນຂະຫຍາຍບັນດາມາດຕະການ ເພື່ອຊ່ວຍເຫຼືອ ກູບາ ຢ່າງແທດຈິງ, ລະອຽດ. ພິເສດແມ່ນບັນດາໂຄງການກະສິກຳຕາມຮູບແບບຂອງວິສາຫະກິດເພື່ອໜູນຊ່ວຍຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ກູບາ. ກໍ່ຄືຂົງເຂດສຳຄັນອື່ນໆ ເຊັ່ນ ດ້ານພະລັງງານ ແລະ ເຕັກໂນໂລຊີຊີວະພາບ.