• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະ​ຕິ​ເລກ​ທີ 71-ຮັບ​ປະ​ກັນ​ຄວາມ​ຍຸດ​ຕິ​ທຳ ແລະ ໂອ​ກາດ​ຮ່ຳ​ຮຽນ​ໃຫ້ ປ​ຊ​ຊ ທຸກ​ຄົນ

ໃນວິວັດການພັດທະນາຂອງປະເທດຊາດ, ການສຶກສາຍາມໃດກໍ່ໄດ້ກຳນົດວ່າ ແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນກຳລັງໜູນຫຼັກແຫຼ່ງ ຊຸກຍູ້ການເຕີບໂຕແບບຍືນຍົງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຄວາມສາມາດແກ້ງແຍ້ງແຫ່ງຊາດ. ເລື່ອງປະກາດໃຊ້ມະຕິເລກທີ 71 ກ່ຽວກັບຄວາມບຸກທະລຸພັດທະນາການສຶກສາບຳງລຸງສ້າງ ບໍ່ພຽງແຕ່ແມ່ນການຫັນທັດສະນະທະລຸລ່ວງຂອງພັກ ແລະ ລັດ ຫວຽດນາມ ເປັນລະອຽດເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ໃນການຖືມະນຸດເປັນໃຈກາງຂອງການພັດທະນາ, ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ແກ່ ປຊຊ ທຸກຄົນ.
ທ່ານນາຍົກລັດຖະມົນຕີ ສະເໜີເນື້ອໃນຫຼັກແຫຼ່ງຂອງມະຕິເລກທີ 71 (ພາບ: VGP)

 

ກົມການເມືອງໄດ້ປະກາດມະຕິເລກທີ 71 ເມື່ອວັນທີ 22 ສິງຫາ ປີ 2025 ດ້ວຍບັນດາໝວດເປົ້າໝາຍ, ໜ້າທີ່ ມາດຕະການອັນລະອຽດ. ໃນນັ້ນ, ຈຸດພົ້ນເດັ່ນແມ່ນ “ຮັບປະກັນຄວາມຍຸດຕິທຳ ແລະ ໂອກາດຮ່ຳຮຽນໃຫ້ແກ່ ປຊຊ ທຸກຄົນ”. ສິ່ງນີ້ໄດ້ສະແດງໃຫ້ເຫັນແນວຄິດລຸລ່ວງຂອງພັກ ແລະ ລັດ ຫວຽດນາມ: ການສຶກສາບໍ່ພຽງແຕ່ແມ່ນສິດອັນເປັນພື້ນຖານເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນແຫ່ງການພັດທະນາແບບຍືນຍົງອີກດ້ວຍ.

ຕາມມະຕິເລກທີ 71, ຄວາມຍຸດຕິທຳໃນການສຶກສາ ແມ່ນບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ; ລົບລ້າງໄລຍະຫ່າງເຂດພາກ, ຄວາມຮັ່ງມີ-ຄວາມທຸກຍາກ; ສ້າງໂອກາດພັດທະນາທີ່ສະເໝີພາບໃຫ້ແກ່ແຕ່ລະຄົນ. ຮັບປະກັນຄຸນນະພາບ ແລະ ສະພາບແວດລ້ອມແຫ່ງການຮ່ຳຮຽນໃຫ້ແກ່ທຸກຄົນ. ທີ່ກອງປະຊຸມທົ່ວປະເທດຊາບຊືມບັນດາມະຕິຢູ່ ຮ່າໂນ້ຍ ຈັດຂຶ້ນໃນວັນທີ 16 ກັນຍາຜ່ານມາ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງຈິດໃຈແກ່ນສານນີ້:

         ພວກເຮົາຕ້ອງເນັ້ນໜັກຢ່າງແຮງເຖິງບັນຫາການເຂົ້າເຖິງການສຶກສາຢ່າງສະເໝີພາບ. ໃນນັ້ນ, ເຂດຫ່າງໄກສອກຫຼີກ, ເຂດພູດອຍ, ເຂດຊາຍແດນ, ໝູ່ເກາະ, ຊົນຊົນເຜົ່າ… ລ້ວນແຕ່ໄດ້ເຂົ້າເຖິງການສຶກສາຢ່າງສະເໝີພາບ ເມື່ອທຽບກັບບັນດາເປົ້າໝາຍອື່ນໆ.

ມະຕິເລກທີ 71 ໄດ້ຢັ້ງຢືນລັກສະນະວັດທະນະທຳມະນຸດທີ່ເລິກເຊິ່ງ ແລະ ກຳນົດທິດຍຸດທະສາດຂອງນະໂຍບາຍການສຶກສາ, ໃນນັ້ນ, ກຳນົດຄວາມບຸກທະລຸໃນການສຶກສາແມ່ນຕ້ອງ “ເລີ່ມຈາກການປ່ຽນໃໝ່ຈິນຕະການການ, ຄວາມຮັບຮູ້ ແລະ ລະບອບລະບຽບການ”. ທ່ານ ຟ້າມງອກເຖືອງ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຖືວ່າ:

   ມີຈຸດພິເສດໜຶ່ງນັ້ນແມ່ນ ຄວາມບຸທະລຸໃນການສຶກສາແມ່ນຕ້ອງເລີ່ມມາຈາກການປ່ຽນໃໝ່ຈິນຕະການການ, ຄວາມຮັບຮູ້ ແລະ ລະບອບລະບຽບການ. ເປົ້າໝາຍແມ່ນຈະແຈ້ງ, ລະອຽດທີ່ສຸດ ດ້ວຍຄຳຮຽກຮ້ອງສູງ ແລະ ມີລັກສະນະປະຕິວັດ, ດ້ວຍ 3 ໄລຍະ: 2025-2030, 2035, 2045. 8 ມາດຕະການມີລັກສະນະກະທຳ, ບຸທະລຸ ແລະ ເປັນໄປໄດ້.

             ຄວາມຍຸດຕິທຳໃນການສຶກສາ ໄດ້ຢືນຢັນຄຸນຄ່າວັດທະນະທຳມະນຸດ, ພ້ອມທັງ, ນີ້ກໍ່ແມ່ນພື້ນຖານສຳຄັນ ເພື່ອປຸກລຸກຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງແຕ່ລະຄົນ, ສ້າງເປັນກຳລັງແຮງສັງລວມໃຫ້ທັງຊົນຊາດ. ອາຈານ ໂງເມົ້າຕິ່ງ, ຮອງຜູ້ອຳນວຍການໂຮງຮຽນສາມັນເຄິ່ງກິນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ເລິມຖຸຍ, ຕາແສງ ກີມເງິນ, ແຂວງ ກວາງຈີ້ ສະແດງຄວາມເຊື່ອໝັ້ນວ່າ:

            ຈາກມະຕິເລກທີ 71 ນີ້, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການສຶກສາ ຫວຽດນາມ ໝັ້ນໝາຍກ້າວເຂົ້າສູ່ໄລຍະພັດທະນາຢ່າງແຮງ, ແມ່ນແຫ່ງທີ່ຜູ້ຮ່ຳຮຽນມີຫຼາຍໂອກາດເພື່ອເຕີບໂຕ, ແຫ່ງທີ່ຄູອາຈານໄດ້ຮັບການເຊີດຊູ ແລະ ເບິ່ງແຍງດູແລ, ແຫ່ງທີ່ໂຮງຮຽນໄດ້ຕໍ່ກຳລັງແຮງເພື່ອຍົກລະດັບຄຸນນະພາບ. ຍິ່ງກ່ວານັ້ນ, ນັ້ນແມ່ນຄວາມຕັດສິນໃຈເພື່ອໃຫ້ພວກເຮົາພ້ອມກັນຮ່ວມແຮງຮ່ວມໃຈ ປະກອບສ່ວນສ້າງພື້ນຖານການສຶກສາປ່ຽນແປງໃໝ່, ວັດທະນະທຳມະນຸດ.

          ການສຶກສາຍຸດຕິທຳ-ຈາກຄຳຂວັນໄປສູ່ການກະທຳ

   ມະຕິເລກທີ 71 ໄດ້ເປີດທິດເດີນໃໝ່ ເພື່ອແນໃສ່ສ້າງສັງຄົມຮ່ຳຮຽນ, ຮ່ຳຮຽນຕະຫຼອດຊີວິດ. ໃນສະພາບການຫັນເປັນໂລກາພິວັດ, ການຫັນເປັນດີຈີຕອນ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4, ພູມປັນຍາກາຍເປັນຊັບພະຍາກອນຕັດສິນທີ່ຕັ້ງຂອງປະເທດຊາດ. ທ່ານເລຂາທິການໃຫ່ຍ ໂຕເລິມ ຢືນຢັນວ່າ:

          ການລົງທຶນໃຫ້ແກ່ການສຶກສາ ແມ່ນການລົງທຶນ, ເພີ່ມພູນຄູນສ້າງ, ຍົກສູງ “ເຄົ້າກຳລັງແຮງແຫ່ງຊາດ”, ແມ່ນການລົງທຶນໃຫ້ແກ່ອະນາຄົດຂອງຊາດ. ນີ້ແມ່ນຂົງເຂດແກ່ນສານຂອງທຸກແກ່ນສານ, ແມ່ນກຳລັງພື້ນຖານຂອງການເພີ່ມສະມັດຕະພາບ, ກ້າວກະໂດດຂອງກຳລັງແກ້ງແຍ້ງແຫ່ງຊາດ, ຫຼໍ່ລ້ຽງຄວາມຄາດຫວັງພັດທະນາ.

          ມະຕິເລກທີ 71 ບໍ່ພຽງແຕ່ແມ່ນເອກະສານນະໂຍບາຍເທົ່ານັ້ນ, ຫາກຍັງແມ່ນຖະແຫຼງຢ່າງແຮງກ່ຽວກັບຄວາມຄາດຫວັງພັດທະນາປະເທດຊາດ ດ້ວຍພູມປັນຍາ. ເມື່ອ ປຊຊ ທຸກຄົນ ລ້ວນແຕ່ມີໂອກາດຮ່ຳຮຽນ, ເມື່ອຄວາມຍຸດຕິທຳໃນການສຶກສາໄດ້ຮັບປະກັນ, ນັ້ນແມ່ນຈຸດເວລາທີ່ ຫວຽດນາມ ສາມາດເສີມຂະຫຍາຍເປີດກວ້າງຄວາມສາມາດບົ່ມຊ້ອນທັງໝົດຂອງຊາດ, ສ້າງກຳລັງແຮງໂດດເດັ່ນໃໝ່ເພື່ອຫັນຄວາມຄາດຫວັງສ້າງສາປະເທດຊາດໃຫ້ຮຸ່ງເຮືອງ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ./.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ພົບປະກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ

ທ່ານປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ພົບປະກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ

ໃນການພົບປະ, ທ່ານ ປະທານສະພາແຫ່ງຊາດ ກູບາ Esteban lazo Hernandez ສະແດງຄວາມປາດຖະໜາຢາກສືບຕໍ່ແລກປ່ຽນກັບ ຫວຽດນາມ ກ່ຽວກັບບັນດາປະສົບການ ແລະ ບົດຮຽນທີ່ໄດ້ມາຈາກວິວັດການພັດທະນາຂອງແຕ່ລະປະເທດ.

Top