ລັດຖະບັນຍັດ ມີຊື່: “ຮັບປະກັນຄວາມໝັ້ນຄົງຂອງ ລັດ ກາຕາ” ຊີ້ແຈ້ງວ່າ ອາເມລິກາ ຈະຖືບໍ່ວ່າການບຸກໂຈມຕີດ້ວຍອາວຸດໃດເລັງໃສ່ ຜືນແຜ່ນດິນ, ອະທິປະໄຕ ແລະ ພື້ນຖານໂຄງລ່າງສຳຄັນຂອງລັດ ກາຕາ ແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງອາເມລິກາ…
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS/Leah Millis)
ຕາມສື່ມວນຊົນ ອາເມລິກາແລ້ວ, ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Donald Trump ໄດ້ເຫັນດີເປັນເອກະພາບສະໜອງ ບັນດາການຮັບປະກັນຄວາມໝັ້ນຄົງຄ້າຍຄືກັນກັບມາດຕາທີ 5 ຂອງ ກົດບັດ ຂອງ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໃຫ້ແກ່ ກາຕາ ໝາຍຄວາມວ່າ ການບຸກໂຈມຕີເລັງໃສ່ກາຕາ ໄດ້ຮັບຖືວ່າແມ່ນບຸກໂຈມຕີເລັງໃສ່ອາເມລິກາ. ນີ້ແມ່ນເນື້ອໃນທີ່ໄດ້ປະກາດໃນ ລັດຖະບັນຍັດ ບໍລິຫານໂດຍທຳນຽບຂາວປະກາດໃນວັນທີ 30 ກັນຍາ. ລັດຖະບັນຍັດ ມີຊື່: “ຮັບປະກັນຄວາມໝັ້ນຄົງຂອງ ລັດ ກາຕາ” ຊີ້ແຈ້ງວ່າ ອາເມລິກາ ຈະຖືບໍ່ວ່າການບຸກໂຈມຕີດ້ວຍອາວຸດໃດເລັງໃສ່ ຜືນແຜ່ນດິນ, ອະທິປະໄຕ ແລະ ພື້ນຖານໂຄງລ່າງສຳຄັນຂອງລັດ ກາຕາ ແມ່ນໄພນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງອາເມລິກາ… ໃນກໍລະນີນັ້ນ, ອາເມລິກາຈະນຳໃຊ້ທຸກມາດຕະການອັນຊອບທຳ ແລະ ເໝາະສົມ, ລວມມີການທູດ, ເສດຖະກິດ ແລະ ຖ້າຈຳເປັນຕ້ອງມີການທະຫານອີກດ້ວຍ ເພື່ອປົກປ້ອງຜົນປະໂຫຍດຂອງ ອາເມລິກາ ພ້ອມກັບລັດ ກາຕາ ແລະ ຟື້ນຟູສັນຕິພາບ ພ້ອມກັບຄວາມສະຖຽນລະພາບ.
(ແຫຼ່ງຄັດຈາກ VOV)