• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ໂຕເລິມ ເດີນທາງຮອດ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ

ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຮອດສະໜາມບິນສາກົນ ພະນົມເປັນ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 12 – 13 ກໍລະກົດ
ທ່ານປະທານປະເທດ ໂຕເລິມ ໄດ້ໄປຮອດສະໜາມບິນສາກົນ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ. (ພາບ: : Nhan Sáng-TTXVN)

ຕອນບ່າຍວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຮອດສະໜາມບິນສາກົນ ພະນົມເປັນ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ລາຊະອານາຈັກ ກຳປູເຈຍ ແຕ່ວັນທີ 12 – 13 ກໍລະກົດ, ຕາມຄຳເຊີນຂອງພະບາດສົມເດັດພະບໍລົມມະນຽດມະຫາກະສັດ Preah Bat Samdech Preah Boromneath Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ.

ຄາດວ່າ, ໃນໄລຍະຢູ່ຢ້ຽມຢາມ, ທ່ານປະທານປະເທດ ໂຕເລິມ ຈະພົບປະເຈລະຈາກັບພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni; ພົບປະເຈລະຈາກັບປະທານພັກ CPP, ທ່ານປະທານສະພາສູງ Hun Sen; ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ Hun Manet; ເຈລະຈາກັບທ່ານປະທານສະແຫ່ງຊາດ Khuon Sudary; ເຂົ້າຮ່ວມງານລ້ຽງລະດັບຊາດໂດຍພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ເປັນເຈົ້າ; ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ ແລະ ມີການເຄື່ອນໄຫວສຳຄັນຈຳນວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ກວ່າ 3.080 ອັດຖິພາຍຫຼັງ 6 ເດືອນ

“​ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ຊອກ​ຫາ​, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ອັດ​ຖິ​ນັກຮົບເສຍສະຫຼະຊີວິດເພື່ອຊາດ​” ທ້ອນ​ໂຮມ​ອັດ​ຖິ​​ນັກຮົບເສຍສະຫຼະຊີວິດເພື່ອຊາດ​ໄດ້ 3.080 ອັດຖິພາຍ​ຫຼັງ​ເວລາ 6 ເດືອນ​.

Top