• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ

ທ່ານປະທານປະເທດ ໂຕເລິມ ໄດ້ຕີລາຄາສູງບັນດາຜົນງານເຊິ່ງໂຮງຮຽນບັນລຸໄດ້ໃນຕະຫຼອດ 16 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ.
(ທ່ານປະທານປະເທດ ໂຕເລິມ ໄດ້ໄປຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ)

ໃນຂອບເຂດການຢ້ຽມຢາມ ສປປ.ລາວ, ຕອນເຊົ້າວັນທີ 12 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ, ໂຮງຮຽນສະຫງວນໃຫ້ແກ່ລູກຫຼານຊາວ ຫວຽດນາມ ອາໄສຢູ່ ລາວ, ທີ່ນະຄອນຫຼວງ ວຽງຈັນ.

ເມື່ອໂອ້ລົມກັບຄູອາຈານ ແລະ ນັກຮຽນຂອງໂຮງຮຽນ, ທ່ານປະທານປະເທດ ໂຕເລິມ ໄດ້ຕີລາຄາສູງບັນດາຜົນງານເຊິ່ງໂຮງຮຽນບັນລຸໄດ້ໃນຕະຫຼອດ 16 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາ, ຖ່າຍທອດວັດທະນະທຳ - ພາສາ ຫວຽດ ໃຫ້ແກ່ໄວໜຸ່ມຊາວ ຫວຽດນາມ ອາໄສຢູ່ລາວລຸ້ນຕ່າງໆ; ທ່ານປາດຖະໜາວ່າ, ບັນດາຄູອາຈານຈະສືບຕໍ່ສ້າງແຫຼ່ງບັນດານໃຈໃຫ້ແກ່ນັກຮຽນ ລາວ ແລະ ຫວຽດນາມ ລຸ້ນຕ່າງໆ ເພື່ອໃຫ້ພວກນ້ອງມີຄວາມເຂົ້າໃຈ ແລະ ຫຼໍ່ຫຼອມສະຕິກ່ຽວກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໂຕເລິມ ໄດ້ມອບເງິນຈຳນວນ 30.000 USD ເພື່ອໜູນຊ່ວຍໂຮງຮຽນເປີດກວ້າງເຂດອະນຸບານ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ໂຕເລິມ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພົບປະກັບພໍ່ແມ່ປະຊາຊົນກວ່າ 100 ຄົນທີ່ຕາງໜ້າໃຫ້ບັນດາສະມາຄົມ, ວິສາຫະກິດຊາວ ຫວຽດນາມ ອາໄສຢູ່ ລາວ. ນີ້ກໍ່ແມ່ນການເຄື່ອນໄຫວສຸດທ້າຍໃນການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສປປ.ລາວ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top