• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ໂຕເລິມ ຢ້ຽມຢາມສູນບຳລຸງທະຫານເສຍອົງຄະ ທ້ວນແທັງ

ທ່ານປະທານປະເທດ ໂຕເລິມ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລຸ້ນພໍ່ລຸ້ນອ້າຍ, ນັກຮົບ, ພໍ່ແມ່ປະຊາຊົນ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີໃນທົ່ວປະເທດ.
(ທ່ານປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການຢ້ຽມຢາມ)

 ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2024), ຕອນບ່າຍວັນທີ 24 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານເສຍອົງຄະຢູ່ສູນບຳລຸງທະຫານເສຍອົງຄະ ທ້ວນແທັງ, ຢູ່ຕາແສງ ນິງຊາ, ເມືອງ ທ້ວນແທັງ, ແຂວງ ບັກນິງ.

        ຢູ່ທີ່ນີິ້, ທ່ານປະທານປະເທດ ໂຕເລິມ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ລຸ້ນພໍ່ລຸ້ນອ້າຍ, ນັກຮົບ, ພໍ່ແມ່ປະຊາຊົນ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີໃນທົ່ວປະເທດທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອຊາດ. ທ່ານກໍ່ຍ້ອງຍໍບັນດາຜົນງານໃນວຽກງານເຊິ່ງສູນບຳລຸງທະຫານເສຍອົງຄະ ທ້ວນແທັງ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ບັນລຸໄດ້ໃນໄລຍະຜ່ານມາ, ໃນການປິ່ນປົວ, ເບິ່ງແຍງສຸຂະພາບ, ຟື້ນຟູສະມັດຕະພາບ, ຮັກສາສຸຂະພາບທີ່ແຂງແຮງໃຫ້ແກ່ທະຫານເສຍອົງຄະ.

        ທ່ານປະທານປະເທດ ໂຕເລິມ ເນັ້ນໜັ້ກວ່າ, ປະຈຳບັນ, ຈຳນວນທະຫານເສຍອົງຄະເຂົ້າຮ່ວມການຕໍ່ສູ້ແມ່ນບໍ່ມີຫຼາຍ, ສ່ວນຫຼາຍມີອາຍຸສູງ, ສະນັ້ນ, ຕ້ອງມີຄວາມເອົາໃຈໃສ່ເປັນພິເສດກວ່າ, ໄວກວ່າ ເພື່ອໃຫ້ທະຫານເສຍອົງຄະ, ຜູ້ມີຄຸນງາມຄວາມດີໄດ້ຮັບລະບອບນະໂຍບາຍທຽບເທົ່າກັບການພັດທະນາທີ່ກ້າວຂຶ້ນຂອງປະເທດຊາດ ແລະ ຊີວິການເປັນຢູ່ຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top