• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍ້ວັນເຖືອງ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

ລຸ້ນຕ່າງໆໃນປະຈຸບັນໄດ້ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບຢ່າງຂອງ ເພີ່ນ ຢ່າງບໍ່ຢຸດຢັ້ງ
(ທ່ານປະທານປະເທດ ຫວໍ້ວັນເຖືອງ ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດອາໄລຫາປະມານ ໂຮ່ຈີມິນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2023) ແລະ ວັນຊາດ (02 ກັນຍາ 1945 – 02 ກັນຍາ 2023), 54 ປີແຫ່ງວັນປະທານ ໂຮ່ຈີມິນ ຫຼວ່ງລັບໄປ (02 ກັນຍາ 1969 – 02 ກັນຍາ 2023) ແລະ 54 ປີແຫ່ງການປະຕິບັດຄຳພິໄນກຳຂອງ ເພີ່ນ, ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫໍບູຊາປະທານ ໂຮ່ຈີມິນ, ເມືອງ ບາວີ, ຮ່າໂນ້ຍ, ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ເປັນປະທານພິທີຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດ ດິງວົວ, ພູ ບາວີ.

ຂຽນປື້ມບັນທຶກຢູ່ທີ່ນີ້, ທ່ານປະທານປະເທດສະແດງຄວາມຮູ້ບຸນຄຸນ, ຈົດຈຳຄຸນງາມຄວາມດີທີ່ໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່. ລຸ້ນຕ່າງໆໃນປະຈຸບັນໄດ້ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບຢ່າງຂອງ ເພີ່ນ ຢ່າງບໍ່ຢຸດຢັ້ງ; ສາມັກຄີກັນສູ້ຊົນ, “ສ້າງສາປະເທດຫວຽດນາມ ແຫ່ງສັນຕິ, ເປັນເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ວັດທະນາຖາວອນ, ປະກອບສ່ວນເຂົ້າໃນພາລະກິດການປະຕິວັດຂອງໂລກ”.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top