• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ: ແຂວງ ເຮົ້າຢາງ ພວມຢູ່ໃນໄລຍະມີຄົບທຸກເງື່ອນໄຂກ່ຽວກັບທ່າແຮງ, ຄວາມສາມາດບົ່ມຊ້ອນດີທີ່ສຸດ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ແຂວງ ຫັນປ່ຽນໂຄງປະກອບເສດຖະກິດຢ່າງແຮງ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ...
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງແຂວງ ເຮົ້າຢາງ

ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງແຂວງ ເຮົ້າຢາງ ໃນຕອນຄ່ຳວັນທີ 1 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ສະເໜີໃຫ້ແຂວງ ຫັນປ່ຽນໂຄງປະກອບເສດຖະກິດຢ່າງແຮງ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ; ປະຕິບັດການວາງແຜນຜັງແຂວງຕິດພັນກັບການວາງແຜນຜັງເຂດໃຫ້ມີປະສິດທິຜົນ, ຍູ້ແຮງການຮ່ວມສຳພັນເຂດ; ຊຸກຍູ້ບັນດາເສົາຄ້ຳເສດຖະກິດຂອງແຂວງ ພັດທະນາຕາມທິດ: ອຸດສາຫະກຳທັນສະໄໝ - ກະສິກຳຊີວະພາບ  - ຕົວເມືອງອັດສະລິຍະ - ການທ່ອງທ່ຽວ, ຮັບປະກັນຄຸນນະພາບ, ຍືນຍົງ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານປະທານປະເທດ ຫວັງວ່າ: ແຂວງ ເຮົ້າຢາງ ຈະພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທຳ, ສັງຄົມ; ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ປະຫວັດສາດການປະຕິວັດ ຕິດພັນກັບການພັດທະນາການທ່ອງທ່ຽວຊີວະພາບ, ສ້າງກຳລັງໜູນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ:

“ແຂວງ ເຮົ້າຢາງ ພວມຢູ່ໃນໄລຍະມີຄົບທຸກເງື່ອນໄຂທ່າແຮງ, ຄວາມສາມາດບົ່ມຊ້ອນ, ໂດຍນອນໃນເຂດໃຈກາງ, ຕິດກັບນະຄອນ ເກີນເທີ, ມີທີ່ຕັ້ງຍຸດທະສາດສຳຄັນຂອງເຂດ ຕາເວັນຕົກພາກໃຕ້. ດັ່ງນັ້ນ, ແຂວງຄວນໝູນໃຊ້, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃຫ້ເປັນຢ່າງດີ, ທ່າແຮງຂອງບັນດາແຂວງ ທີ່ມີແມ່ນ້ຳລຳເຊ; ທ່າໄດ້ປຽບຂອງທ້ອງຖິ່ນໄປຕາມຫຼັງ, ສູ້ຊົນພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການພັດທະນາ, ການເຕີບໃຫຍ່ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ຂອງທົ່ວປະເທດ”.

(ແຫຼ່ງຄັດຈາກ VOV)

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ຕອນເຊົ້າວັນທີ 5 ຕຸລາ2026, ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV ໄດ້ ໄຂຂຶ້ນຢ່າງສົມກຽດ ຢູ່ ນະຄອນຫຼວງ ຮ່າໂນ້ຍ.

Top