• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີມອບລາງວັນປະທານ ໂຮ່ຈີມິນ ກ່ຽວກັບວັນນະຄະດີ, ສິລະປະ

ມີນັກປະພັນ 16 ຄົນໄດ້ຮັບ “ລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີ, ສິລະປະ”. ມີນັກປະພັນ 112 ຄົນໄດ້ຮັບ “ລາງວັນແຫ່ງລັດ” ກ່ຽວກັບວັນນະຄະດີ, ສິລະປະ.
ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີມອບລາງວັນປະທານ ໂຮ່ຈີມິນ ກ່ຽວກັບວັນນະຄະດີ, ສິລະປະ

ເນື່ອງໃນໂອກາດສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (1890 - 2023), ຕອນເຊົ້າວັນທີ 19 ພຶດສະພາ, ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດພິທີມອບລາງວັນ ໂຮ່ຈີມິນ, ລາງວັນແຫ່ງລັດກ່ຽວກັບວັນນະຄະດີ, ສິລະປະປີ 2022.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ອວຍພອນໃຫ້ບັນດານັກປະພັນທີ່ມີບົດປະພັນໄດ້ຮັບລາງວັນ. ທ່ານປະທານປະເທດ ສະເໜີໃຫ້ບັນດາອົງການຈັດຕັ້ງ, ກະຊວງ, ຂະແໜງການ, ທ້ອງຖິ່ນ ສືບຕໍ່ມີສະຕິຢ່າງເລິກເຊິ່ງກ່ຽວກັບບົດບາດຂອງວັດທະນະທຳ, ວັນນະຄະດີ, ສິລະປະ ແລະ ຂອງນັກປະພັນ, ນັກສິລະປິນໃນການພັດທະນາວັນນະຄະດີສິລະປະ ແລະ ສ້າງພື້ນຖານວັດທະນະທຳ ຫວຽດນາມ.

        “ເອົາໃຈໃສ່ສ້າງສະພາບແວດລ້ອມແຫ່ງປະຊາທິປະໄຕ, ເຄົາລົບຈຸດເປັນເອກະລັກສະເພາະປະດິດຄິດສ້າງສິລະປະ, ເປີດກວາງຂອບເຂດໃນການປະດິດຄິດສ້າງກວ່າອີກ, ເສີມຂະຫຍາຍຄວາມເກັ່ງກ້າສາມາດດ້ານວັນນະຄະດີສິລະປະ. ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງນັກປະພັນ, ນັກສິລະປິນ, ພິເສດແມ່ນເອົາໃຈໃສ່, ສົ່ງເສີມບັນດານັກປະພັນ, ນັກສິລະປິນເຂົ້າຮ່ວມຕົວຈິງຂອງຊີວິດການເປັນຢູ່, ຄົ້ນຫາບັນດາຈຸດຄວາມງາມຂອງຊາວ ຫວຽດນາມ”.

        ທີ່ພິທີ, ມີນັກປະພັນ 16 ຄົນໄດ້ຮັບ “ລາງວັນ ໂຮ່ຈີມິນ ກ່ຽວກັບວັນນະຄະດີ, ສິລະປະ”. ມີນັກປະພັນ 112 ຄົນໄດ້ຮັບ “ລາງວັນແຫ່ງລັດ” ກ່ຽວກັບວັນນະຄະດີ, ສິລະປະ.

 ແລະກໍ່ໃນຕອນເຊົ້າວັນທີ 19 ພຶດສະພາ, ຢູ່ຖະໜົນປື້ມ ນະຄອນ ໂຮ່ຈີມິນ, ໄດ້ຈັດການໂອ້ລົມສົນທະນາ, ແນະນຳປື້ມ “ຈາກບ້ານ ແຊນ ຮອດທ່າກຳປັ່ນ ຍ່າຣົ່ງ” ຂອງທ່ານສາດສະດາຈານ, ປະລິນຍາເອກ, ນັກປະພັນ ຈິ່ງກວາງຝູ ຊຶ່ງໄດ້ບັນຖືກເລື່ອງລາວສະເທືອນໃຈຂອງບາງຄົນມີຄວາມໂຊກດີ, ເປັນກຽດໄດ້ພົບປະກັບປະທານ ໂຮ່ຈິມີນ, ຫຼື ບັນດາເລື່ອງລາວສະແດງໃຫ້ເຫັນຄວາມເຄົາລົບຂອງພໍ່ແມ່ປະຊາຊົນ, ນັກຮົບທາງພາກໃຕ້ຕໍ່ ເພິ່ນ, ພັນລະນາຢ່າງແທດຈິງ, ຄວາມຮັກແພງ, ຄວາມຄິດຮອດຄິດເຖິງພາກໃຕ້ຂອງ ເພິ່ນ.

        ແລະກໍ່ໃນວັນດຽວກັນ, ຢູ່ແຂວງ ເທື່ອທຽນເຫວະ ໄດ້ຈັດພິທີໄຂງານວາງສະແດງເອກະສານ, ພາບຖ່າຍ, ວັດຖຸພັນດ້ວຍຫົວຂໍ້ “ປຶ້ມບັນທຶກປະຈຳວັນໃນຄຸກ - ວັດຖຸລ້ຳຄ່າຂອງຊາດ”.

(ແຫຼ່ງຄັດຈາກ VOV)

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

Fiji ຕີຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ ອາຊີ - ປາຊີຟິກ ກໍຄືຢູ່ໃນໂລກ

ທ່ານເອກອັກຄະລັດຖະທູດ ຫງວຽນວັນຈູງ ໃຫ້ຮູ້ວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ 2 ຊາດ.

Top