• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມກອງປະຊຸມຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ - ຈີນ ຄັ້ງທີ 13

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຢ່າງແຮງຂອງວິທະຍາສາດ, ເຕັກໂນໂລຊີ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ມະນຸດ
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໄດ້ຈັດກອງປະຊຸມຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ - ຈີນ ຄັ້ງທີ 13, ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືສາກົນໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຂ້າມຊາດ”.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕີລາຄາສູງການພັດທະນາຢ່າງແຮງຂອງວິທະຍາສາດ, ເຕັກໂນໂລຊີ ໄດ້ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ມະນຸດ, ແຕ່ກໍ່ໄດ້ສ້າງສະພາບແວດລ້ອມໃຫ້ເກີດມີອາດຊະຍາກຳແບບໃໝ່, ຄື: ສວຍໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ຫຼອກລວງ, ຢຶດເອົາຊັບສົມບັດຜ່ານອິນເຕີເນັດ, ລັກເອົາຂໍ້ມູນສ່ວນຕົວ… ສະນັ້ນ, ຕາມທ່ານປະທານປະເທດແລ້ວ, ບັນດາປະເທດຕ້ອງເພີ່ມທະວີການຮ່ວມມືສາກົນ, ແບ່ງປັນຂໍ້ມູນ, ເປັນເອກະພາບໃນການເຄື່ອນໄຫວລະຫວ່າງບັນດາອົງການນິຕິບັດຍັດ ແລະ ປະຕິບັດກົດໝາຍຢູ່ພາກພື້ນ ແລະ ໃນໂລກ.

ທ່ານປະທານປະເທດກໍ່ເຊື່ອໝັ້ນວ່າ, ກອງປະຊຸມຈະຊອກຫາມາດຕະການແກ້ໄຂຢ່າງມີປະສິດທິຜົນ, ເປັນເອກະພາບໃນການກະທຳລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ ໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ພິເສດແມ່ນອາດຊະຍາກຳເຕັກໂນໂລຊີສູງ; ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດ ອາຊຽນ ແລະ ຈີນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ

ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 1 ໃນທ້າຍປີ 2027, ຄາດວ່າໂຄງການ ຈະສົ່ງອອກ ໄຟຟ້າໄປຍັງ ຫວຽດນາມກ່ວາ 1,5 ຕື້ kWh/ປີ ແລະ ຈະເພີ່ມຂຶ້ນກ່ວາ 1,1 ຕື້ kWh/ປີ ພາຍຫຼັງກໍ່ສ້າງສຳເລັດໄລຍະທີ 2 ໃນປີ 2030.

Top