• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສະຫະພັນວົງການເຈົ້າຂອງວິສາຫະກິດ ສ.ເກົາຫຼີ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ, ຈຸດສຸມຂອງການຮ່ວມມື 2 ຝ່າຍ ຫວຽດນາມ - ສ.ເກົາຫຼີ ແມ່ນເສດຖະກິດ, ການຄ້າ, ການລົງທຶນ.
ທ່ານປະທານປະເທດ ຫວໍວັນເຖືອງ ທ່ານປະທານສະຫະພັນວົງການເຈົ້າຂອງວິສາຫະກິດ ສ.ເກົາຫຼີ, ປະທານກຸ່ມບໍລິສັດ CJ, Sohn Kyung Shik (ພາບ: TTXVN)

ຕອນບ່າຍວັນທີ 23 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທີ່ການຕ້ອນຮັບທ່ານປະທານສະຫະພັນວົງການເຈົ້າຂອງວິສາຫະກິດ ສ.ເກົາຫຼີ, ປະທານກຸ່ມບໍລິສັດ CJ, ທ່ານ Sohn Kyung Shik. ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ, ຈຸດສຸມຂອງການຮ່ວມມື 2 ຝ່າຍ ຫວຽດນາມ - ສ.ເກົາຫຼີ ແມ່ນເສດຖະກິດ, ການຄ້າ, ການລົງທຶນ. ເລື່ອງມີວິສາຫະກິດຫຼາຍແຫ່ງໄປພ້ອມກັບທ່ານປະທານາທິບໍດີ Yoon Suk Yeol ມາ ຫວຽດນາມ ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນຮ່ວມມືຢ່າງແຮງລະຫວ່າງ 2 ປະເທດໃນຂົງເຂດນີ້.

ສ່ວນທ່ານ Sohn Kyung Shik ໃຫ້ຮູ້ວ່າ, ມີກຸ່ມບໍລິສັດ, ວິສາຫະກິດກວ່າ 200 ແຫ່ງໄປພ້ອມກັບປະທານາທິບໍດີ ສ.ເກົາຫຼີ ໃນການຢ້ຽມຢາມຄັ້ງນີ້ ແມ່ນເພື່ອຊອກຫາກາລະໂອກາດລົງທຶນ ແລະ ເປີດກວ້າງການລົງທຶນ, ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະຖານທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນ ສ.ເກົາຫຼີ. ນອກນັ້ນ, CJ ກໍ່ມີແຜນການເປີດກວ້າງການຜະລິດ, ປຸງແຕງບັນດາຜະລິດຕະພັນທັນຍາຫານ, ນຳ ຫວຽດນາມ ກາຍເປັນສູນຜະລິດທັນຍາຫານ ສົ່ງອອກໄປຍັງບັນດາຕະຫຼາດໃຫຍ່ຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top