• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວຽດນາມ ຕ້ອນຮັບການນຳບັນດາພື້ນຖານເສດຖະກິດສະມາຊິກ APEC

      ທີ່ການພົບປະ, ການນຳ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອົດສະຕາລີ ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍ
ກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull (ພາບ: TTXVN)
      ຕອນເຊົ້າວັນທີ 10 ພະຈິກ, ທີ່ສູນການປົກຄອງນະຄອນ ດ່າໜັງ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull ເນື່ອງໃນໂອກາດມາເຂົ້າຮ່ວມສັບປະດາຂັ້ນສູງ APEC 2017. ທີ່ການພົບປະ, ການນຳ 2 ທ່ານໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອົດສະຕາລີ ມຸ່ງໄປເຖິງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe   (ພາບ: TTXVN)
      ແລະກໍ່ໃນຕອນເຊົ້າວັນທີ 10 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນື່ອງໃນໂອກາດມາເຂົ້າຮ່ວມສັບປະດາຂັ້ນສູງ APEC 2017. ທີ່ການຕ້ອນຮັບ, ການນຳ 2 ທ່ານໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາຢ່າງແຮງ ແລະ ຮອບດ້ານຂອງການພົວພັນຮ່ວມມື 2 ຝ່າຍໃນໄລຍະຜ່ານມາ, 2 ຝ່າຍເຫັນດີເປັນເອກະພາບ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ໃນໄລຍະຈະມາເຖິງ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບ
ສົມເດັດພະມະຫາກະສັດ ບຣູໄນ Sultan Hagi Hassanal Bolkiah  (ພາບ: TTXVN)
      ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ມີການພົບປະ 2 ຝ່າຍກັບສົມເດັດພະມະຫາກະສັດ ບຣູໄນ Sultan Hagi Hassanal Bolkiah. ນະທີ່ນີ້, 2 ຝ່າຍເຫັນເປັນເອກະສັນຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະ ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Christine Lagarde  (ພາບ: TTXVN)
      ແລະກໍ່ໃນວັນທີ 10 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Christine Lagarde ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF).
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top