• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76

ເຂົ້າຮ່ວມວາລະໄຂ ມີບັນດາປະມຸກລັດ ແລະ ຜູ້ຕາງໜ້າຂັ້ນສູງຂອງ 193 ປະເທດສະມາຊິກສະຫະປະຊາຊາດ.
ພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76. (ພາບ: TTXVN)

ຕອນເຊົ້າວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ, ປະເທດອາເມລິກາ, ໄດ້ດຳເນີນພິທີໄຂວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ດ້ວຍຫົວຂໍ້ “ພ້ອມກັນໝັ້ນໃຈ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ- ມຸ່ງໄປເຖິງການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ສ້າງຄວາມໝັ້ນຄົງຄືນໃໝ່, ປົກປ້ອງໜ່ວຍໂລກ, ຊຸກຍູ້ສິດທິມະນຸດ ແລະ ປັບປຸງສະຫະປະຊາຊາດ”. ເຂົ້າຮ່ວມວາລະໄຂ ມີບັນດາປະມຸກລັດ ແລະ ຜູ້ຕາງໜ້າຂັ້ນສູງຂອງ 193 ປະເທດສະມາຊິກສະຫະປະຊາຊາດ. ຄະນະຜູ້ແທນຫວຽດນາມ ໂດຍທ່ານປະທານປະເທດ ຫວຽນຊວັນຟຸກ ນຳໜ້າເຂົ້າຮ່ວມພິທີໄຂວາລະສົນທະນາສຳຄັນດັ່ງກ່າວ.

        ວາລະສົນທະນາຮ່ວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ແມ່ນເຫດການສາກົນສຳຄັນແຖວໜ້າ, ເພື່ອໃຫ້ການນຳຂັ້ນສູງກວ່າ 100 ປະເທດໃນໂລກພ້ອມກັນປຶກສາຫາລື ແລະ ຍົກອອກບັນດາມາດຕະການແກ້ໄຂ, ຂໍ້ສະເໜີການກະທຳຫຼາຍຝ່າຍ ເພື່ອແນໃສ່ແກ້ໄຂບັນດາບັນຫາທົ່ວໂລກຄື: ຜົນກະທົບທີ່ແກ່ຍາວຂອງໂລກລະບາດໂຄວິດ-19, ການຟື້ນຟູ ແລະ ການພັດທະນາແບບຍືນຍົງ, ບັນດາຈຸດຮ້ອນເຮັ່ງຢູ່ບັນດາເຂດ ແລະ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ…

        ວາລະສົນທະນາຮ່ວມຂັ້ນສູງນີ້ຈະສືບຕໍ່ດຳເນີນໄປຮອດວັນທີ 27 ກັນຍາ ແລະ ຕາມລາຍການແລ້ວ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຈະມີບົດກ່າວປາໄສສຳຄັນໃນຕອນບ່າຍວັນທີ 22 ກັນຍາ (ຕາມເວລານິວຢອກ).

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top