• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະເຈລະຈາກັບ ທ່ານປະທານາທິບໍດີລັດເຊຍ

ການນຳ 2 ປະເທດໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນຜ່ານທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ກໍຄືການພົວພັນແລກປ່ຽນລະຫວ່າງທ້ອງຖິ່ນ, ປະຊາຊົນ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ.
(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ການພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin)

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 30 ພະຈິກ, ຢູ່ ມົດສະກູ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin.

        ທີ່ການພົບປະເຈລະຈາ, ການນຳ 2 ປະເທດໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນຜ່ານທຸກຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ, ກໍຄືການພົວພັນແລກປ່ຽນລະຫວ່າງທ້ອງຖິ່ນ, ປະຊາຊົນ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ; ຢືນຢັນຄວາມຕັດສິນໃຈນຳການຮ່ວມມືເສດຖະກິດໃຫ້ກາຍເປັນເສົາຄ້ຳສຳຄັນຂອງການພົວພັນ ຫວຽດນາມ - ລັດເຊຍ; ເຫັນດີສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ - ເອີລົບ ຢ່າງມີປະສິດທິຜົນ, ກໍຄືສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ 2 ຝ່າຍໃຫ້ຫຼາຍກວ່າເກົ່າ.

        ການນຳ 2 ທ່ານໄດ້ຢືນຢັນວ່າ ພະລັງງານ ແລະ ນ້ຳມັນອາຍແກັດ ສືບຕໍ່ແມ່ນໜຶ່ງໃນບັນດາເສົາຄ້ຳຕົ້ນຕໍຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ເຫັນດີສືບຕໍ່ຮັກສາ ແລະ ເປີດກວ້າງການເຄື່ອນໄຫວຂອງວິສາຫະກິດນ້ຳມັນອາຍແກັດ ຫວຽດນາມ ຢູ່ ລັດເຊຍ ແລະ ວິສາຫະກິດນ້ຳມັນອາຍແກັດຂອງ ລັດເຊຍ ຢູ່ເຂດໄຫຼ່ທະວີບຂອງ ຫວຽດນາມ ເໝາະສົມກັບກົດໝາຍສາກົນ; ຍູ້ໄວໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີນິວເຄຼຍຢູ່ ຫວຽດນາມ…

        ການນຳ 2 ທ່ານກໍ່ແລກປ່ຽນກ່ຽວກັບເລື່ອງສົມທົບກັນຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ປອດໄພ, ຄວາມເສລີໃນການເດີນເຮືອ, ການບິນຢູ່ ອາຊີ - ປາຊີຟິກ, ໃນນັ້ນມີທະເລຕາເວັນອອກ ໃຫ້ເໝາະສົມກັບກົດໝາຍສາກົນ.

        ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ອອກຖະແຫຼງການຮ່ວມກ່ຽວກັບວິໄສທັດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ ຮອດປີ 2030.

        ພາຍຫຼັງການພົບປະເຈລະຈາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຊື້ອເຊີນທ່ານປະທານາທິບໍດີ Vladimir Putin ມາຢ້ຽມຢາມ ຫວຽດນາມ. ທ່ານປະທານາທິບໍດີ Vladimir Putin ຕອບຮັບຄຳເຊື້ອເຊີນດ້ວຍຄວາມຍິນດີ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສຳ​ລັບ​ທ່ານ​ເລ​ມິ​ຮຶງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.

Top