• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາພົນເອກ ຫວໍງວຽນຢາບ

ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳພັກ, ລັດ ແນວໂຮມປະເທດຊາດ ສະແດງຄວາມເຄົາລົບນັບຖື ຕໍ່ດວງວິນຍານພົນເອກ ຫວໍງວຽນຢາບ - ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ - ນາຍພົນແຫ່ງເທບນິຍາຍຂອງຊາດຫວຽດນາມ.
(ທ່ານປະທາປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນອາໄລຫາທ່ານພົນເອກ ຫວໍງວຽນຢາບ)

ຕອນເຊົ້າວັນທີ 22 ສິງຫາ, ທ່ານປະທາປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ໄປຖະຫວາຍທູບທຽນ, ດອກໄມ້ອາໄລຫາທ່ານພົນເອກ ຫວໍງວຽນຢາບ ຢູ່ອະນຸສາວະລີພົນເອກ ຫວໍງວຽນຢາບ, ຢູ່ເຮືອນສ່ວນຕົວຂອງພົນເອກ ຫວໍງວຽນຢາບ ທີ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ (25 ສິງຫາ 1911 – 25 ສິງຫາ 2021). ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳພັກ, ລັດ ແນວໂຮມປະເທດຊາດ ສະແດງຄວາມເຄົາລົບນັບຖື ຕໍ່ດວງວິນຍານພົນເອກ ຫວໍງວຽນຢາບ - ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ - ນາຍພົນແຫ່ງເທບນິຍາຍຂອງຊາດຫວຽດນາມ; ຕອບບຸນແທນຄຸນການອຸທິດສ່ວນຢ່າງໃຫຍ່ຫຼວງຂອງພົນເອກ, ຜູ້ໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ແກ່ພາລະກິດປະຕິວັດຂອງພັກ ແລະ ຊາດຫວຽດນາມ.

ທ່ານພົນເອກ ຫວໍງວຽນຢາບ, ເກີດວັນທີ 25 ສິງຫາ 1911 ຢູ່ບ້ານ ອານຊາ, ຕາແສງ ລົກຖຸຍ, ເມືອງ ເລ້ຖຸຍ, ແຂວງ ກວາງບິງ. ຕະຫຼອດຊີວິດຂອງຕົນ, ທ່ານພົນເອກໄດ້ຕິດພັນກັບພາລະກິດການປະຕິວັດຂອງພັກ ແລະ ຊາດຫວຽດນາມ. ພົນເອກ ຫວໍງວຽນຢາບ ແມ່ນນັກຊ່ຽວຊານມີຄວາມເກັ່ງກ້າສາມາດແຖວໜ້າກ່ຽວກັບທິດທາງການຕໍ່ສູ້ປະຊາຊົນ ຂອງຂະບວນການປົດປ່ອຍຊາດຢູ່ພາຍໃນປະເທດ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top