• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດອາເມລິກາ Daniel Kritenbrink

      ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ Daniel Kritenbrink ຈະສືບຕໍ່ສະໜັບສະໜູນການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ນຳການພົວພັນໃຫ້ພັດທະນາສະຖຽນລະພາບ, ຍາວນານ
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink
(ພາບ: TTXVN)
      ວັນທີ 16 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink ມາມອບຈົດໝາຍອວຍພອນຂອງທ່ານປະທານາທິບໍດີອາເມລິກາ Joe Biden ເຖິງທ່ານປະທານປະເທດ ຫງວຽນຊວັນຟຸກ, ເນື່ອງໃນໂອກາດສະພາແຫ່ງຊາດມີຄວາມໄວ້ວາງໃຈເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ ແລະ ເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ.
        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊື່ອໝັ້ນວ່າ, ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດ Daniel Kritenbrink ຈະສືບຕໍ່ສະໜັບສະໜູນການພົວພັນລະຫວ່າງຫວຽດນາມ-ອາເມລິກາ, ນຳການພົວພັນໃຫ້ພັດທະນາສະຖຽນລະພາບ, ຍາວນານ, ແກ້ໄຂບັນດາບັນຫາທາງດ້ານເສດຖະກິດ ການຄ້າຢ່າງສົມເຫດສົມຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ. ສ່ວນທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ທ່ານກໍ່ຈະສືບຕໍ່ເປັນເພື່ອນມິດຂອງຫວຽດນາມ ແລະ ປະກອບສ່ວນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງນັບທັງທາງດ້ານ 2 ຝ່າຍ, ພາກພື້ນ ແລະ ສາກົນ.
ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Daniel Kritenbrink
(ພາບ: baoquocte.vn)
      ວັນທີ 16 ເມສາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink ເຂົ້າຢ້ຽມອຳລາ ກ່ອນທີ່ສິ້ນສຸດອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ ໄດ້ຕີລາຄາສູງການສົມທົບຂອງສະຖານທູດອາເມລິກາ, ພິເສດແມ່ນທ່ານເອກອັກຄະລັດຖະທູດເອງ ທີ່ໄດ້ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງມີປະສິດທິຜົນ, ໝັ້ນຄົງ, ກ້າວເຂົ້າສູ່ລວງເລິກບົນພື້ນຖານເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ. ທ່ານ ຫງວຽນກ໊ວກຢຸງ ຢືນຢັນວ່າ, ແຜນນະໂຍບາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ປາດຖະໜາຢາກຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ໃຫ້ເລິກເຊິ່ງກວ່າອີກ. ເນື່ອງໃນໂອກາດນີ້, ໂດຍໄດ້ຮັບມອບສິດຈາກການນຳຫວຽດນາມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Daniel Kritenbrink ຍ້ອນມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ.
        ແລະກໍ່ໃນຕອນບ່າຍວັນທີ 16 ເມສາ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Daniel Kritenbrink. ທີ່ການຕ້ອນຮັບ, 2 ຝ່າຍໄດ້ເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ ຕາມບັນດາເອກະສານທີ່ໄດ້ຮັບການລົງນາມແລ້ວ, ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນທັງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top