• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບນາຍົກລັດຖະມົນຕີ ມາເລເຊຍ

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ມາເລເຊຍ ສົ່ງເສີມວິສາຫະກິດຂອງ ມາເລເຊຍ ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບຸລິມະສິດສູງ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ມາເລເຊຍ ສົ່ງເສີມວິສາຫະກິດຂອງ ມາເລເຊຍ ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບຸລິມະສິດສູງ.

    

ທ່ານປະທານປະເທດ  ຫງວຽນຊວັນຟຸກ ຕ້ອນຮັບທ່ານນາຍົກລັດຖະມົນຕີ  Dato Sri Ismail Sabri bin Yaakob. (ພາບ: TTXVN)

ຕອນບ່າຍວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Dato Sri Ismail Sabri bin Yaakob ໄດ້ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວັນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາຕົ້ນຕໍກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຕາມນັ້ນແລ້ວ, 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ໂດຍສະເພາະແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ແຮງງານ; ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວແທດຈິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

        ຕີລາຄາໝາກຜົນການເຈລະຈາຢ່າງແທດຈິງລະຫວ່າງນາຍົກລັດຖະມົນຕີ 2 ທ່ານ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ມາເລເຊຍ ສົ່ງເສີມວິສາຫະກິດຂອງ ມາເລເຊຍ ເປີດກວ້າງການລົງທຶນເຂົ້າບັນດາຂົງເຂດເຊິ່ງ ຫວຽດນາມ ໃຫ້ບຸລິມະສິດສູງຄື: ອຸດສາຫະກຳເຕັກໂນໂລຊີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຄົ້ນຄວ້າພັດທະນາ, ຊຸກຍູ້ເສດຖະກິດດີຈີຕອນ. ທ່ານປະທານປະເທດກໍ່ສະເໜີໃຫ້ 2 ຝ່າຍຈົ່ງເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ວັດທະນະທຳ, ຍູ້ແຮງການພົວພັນແລກປ່ຽນປະຊາຊົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ປາດຖະໜາວ່າ 2 ຝ່າຍສືບຕໍ່ສະໜັບສະໜູນ, ຕັ້ງໜ້າຮ່ວມມືຢູ່ສະຫະປະຊາຊາດ ແລະ ບັນດາເວທີປາໄສພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top