ວັນທີ 19 ເມສາ, ໂດຍຖານະທີ່ເປັນປະທານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເດືອນ ເມສາ 2021, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມສຸດຍອດຂອງ ສະພາຄວາມໝັ້ນຄົງ ກ່ຽວກັບຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການໃນພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນ, ແກ້ໄຂການປະທະກັນ” ຕາມຮູບແບບທາງອອນລາຍ ແລະ ຖ່າຍທອດສົດ ຢູ່ ຮ່າໂນ້ຍ.

ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວປາໄສທີ່ກອງປະຊຸມ. ພາບ: ຖົ໋ງເຍີດ/VNA
ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ ມີທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres, ອະດີດ ເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-moon, ການນຳຂັ້ນສູງ ແລະ ຜູ້ຕາງໜ້າຂອງ 15 ປະເທດ ທີ່ເປັນສະມາຊິກ ສະພາຄວາມໝັ້ນຄົງ, ພ້ອມກັບ 5 ອົງການດີເດັ່ນຢູ່ບັນດາພາກພື້ນ.

ນີ້ແມ່ນຄັ້ງທຳອິດທີ່ການນຳຂັ້ນສູງຂອງ ຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນການກຳນົດທິດ, ວິໄສທັດ ແລະ ຄວາມປາຖະໜາຕໍ່ການພັດທະນາ, ແນວທາງພົວພັນກັບຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື, ມິດຕະພາບຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ; ຢັ້ງຢືນຖານະບົດບາດ, ຄຳໝັ້ນສັນຍາ ແລະ ການປະກອບສ່ວນມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ສະຫະປະຊາຊາດ ແລະ ບັນດາຄວາມມານະພະຍາຍາມເພື່ອສັນຕິພາບ, ການພັດທະນາໃນໂລກ.

ປະຕິບັດ: VNA/VNP