• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີເບລາຣຸດ

ຕອນບ່າຍວັນທີ 28 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີສ.ເບລາຣຸດ Vladimir Semashko, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

(ທ່ານປະທານປະເທດເຈີ່ນດ້າຍກວາງຕ້ອນຮັບຮອງນາຍົກລັດຖະມົນຕີເບລາຣຸດ)

ທ່ານປະທານປະເທດເນັ້ນໜັກວ່າ, ຫວຽດນາມ ຊົມເຊີຍ ແລະ ປາດຖະໜາຢາກໄດ້ຮັບບັນດາແຫຼ່ງທຶນຈາກເບລາຣຸດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງເບລາຣຸດ ມີທ່າແຮງຄື: ຜະລິດລົດໂອໂຕ, ເຄື່ອງອາໄຫຼ່ລົດໂອໂຕ, ກົນຈັກ… ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດເບລາຣຸດ ຮ່ວມມື, ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ໝັ້ນຄົງຍາວນານຕິດພັນກັບການພັດທະນາແບບຍືນຍົງຂອງຫວຽດນາມ. ທ່ານປະທານປະເທດຖືວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍກໍ່ຄວນເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕໍ່ສູ້, ປ້ອງກັນ ຕ້ານອາດຊະຍາກຳຂ້າມຊາດ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສສາກົນ.

        ສ່ວນທ່ານຮອງນາຍົກລັດຖະມົນຕີເບລາຣຸດ Vladimir Semashko ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ແມ່ນເພື່ອແນໃສ່ຕີລາຄາບັນດາຜົນງານໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ, ຖືວ່າ, ພື້ນຖານເສດຖະກິດຫວຽດນາມ ແລະ ເບລາຣຸດ ມີລັກສະນະເພີ່ມເຕີ່ມໃຫ້ກັນ ແລະ ສິ່ງດັ່ງກ່າວຈະປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)


ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6

ຕອນ​ເຊົ້າ​ວັນ​ທີ 03 ເມ​ສາ, ຢູ່​ສຳ​ນັກ​ງານກອ​ງ​ບັນ​ຊາ​ການ​ທະ​ຫານ​ເຂດ 5, ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ລາວ ຄັ້ງ​ທີ 6. ທ່ານ ພົນ​ໂທ ຫງວຽນ​ເຈື່ອງ​ຖັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ແລະ ທ່ານພົນ​ໂທ ສາຍ​ໃຈ ກົມ​ມະ​ສິດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ລາວ, ເປັນ​ປະ​ທານ​ຮ່ວມ.

Top