• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດຫງວຽນຊວັນຟຸກຂອບໃຈລັດຖະບານອາເມລິກາກ່ຽວກັບການໜູນຊ່ວຍຮັບມືກັບໂລກລະບາດໂຄວິດ-19

      ຜ່ານກົນໄກ COVAX ລັດຖະບານ ອາເມລິກາ ໄດ້ໜູນຊ່ວຍວັກຊິນກັນໂຄວິດ-19 ໃຫ້ ຫວຽດນາມ ຈຳນວນ 8,5 ລ້ານໂດສ ແລ້ວ
ພິທີສັນຍາລັກຕູ້ເກັບຮັກສາວັກຊິນເຊິ່ງ ອາເມລິກາ ມອບໃຫ້ ຫວຽດນາມ
(ພາບ: TTXVN)
      ວັນທີ 12 ຕຸລາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍເຖິງທ່ານປະທານາທິບໍດີອາເມລິກາ Joe Biden ສະແດງຄວາມຂອບໃຈລັດຖະບານ ອາເມລິກາ ທີ່ໄດ້ໜູນຊ່ວຍວັກຊິນ, ຢາປົວພະຍາດ, ເຄື່ອງວັດຖຸອຸປະກອນການແພດ ເພື່ອໃຫ້ ຫວຽດນາມ ຮັບມືກັບໂລກລະບາດໂຄວິດ-19.
        ທ່ານປະທານປະເທດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງອຳນາດການປົກຄອງຂອງປະທານາທິບໍດີ Biden ກ່ຽວກັບການເພີ່ມທະວີການຮ່ວມມືກັບບັນດາປະເທດ ແນໃສ່ຊ່ວຍຄວບຄຸມໂລກລະບາດໂຄວິດ-19 ແລະ ໜູນຊ່ວຍໂລກຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19. ທ່ານປະທານປະເທດຫວັງວ່າ ອາເມລິກາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການຕໍ່ສູ້ກັບໂລກລະບາດໂຄວິດ-19 ແລະ ບໍລິສັດ Pfizer ສົ່ງວັກຊິນຈຳນວນ 31 ລ້ານໂດສ ມາໃຫ້ ຫວຽດນາມ ໃນປີ 2021, ພ້ອມກັບວັກຊິນ 20 ລ້ານໂດສ ເພື່ອສັກໃຫ້ເດັກທີ່ມີອາຍຸແຕ່ 12 ຫາ 18 ປີ ຕາມຄຳໝັ້ນສັນຍາຂອງ Pfizer ໃນການຢ້ຽມຢາມສຳນັກງານບໍລິສັດ Pfizer ຢູ່ນິວຢອກ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໃນເດືອນ ກັນຍາ ຜ່ານມາ.
        ໄລ່ມາຮອດປະຈຸບັນ, ຜ່ານກົນໄກ COVAX ລັດຖະບານ ອາເມລິກາ ໄດ້ໜູນຊ່ວຍວັກຊິນກັນໂຄວິດ-19 ໃຫ້ ຫວຽດນາມ ຈຳນວນ 8,5 ລ້ານໂດສ ແລ້ວ; ພ້ອມທັນຊ່ວຍເຫຼືອວັກຊິນ Pfizer ຈຳນວນ 1 ລ້ານໂດສ ແລະ ຕູ້ເກັບຮັກສາວັກຊິນໃຫ້ ຫວຽດນາມ ໂດຍກົງ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ.

Top