ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ, "ຕ້ອງຫັນປ່ຽນຢ່າງແຮງຈາກຈິນຕະນາການປຸກລະດົມໄປສູ່ການຄຸ້ມຄອງແຫຼ່ງກຳລັງແຫ່ງຊາດ"
ຕອນເຊົ້າວັນທີ 26 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳແຜນການສ້າງມະຕິສະບັບໃໝ່ຂອງກົມການເມືອງ ປ່ຽນແທນມະຕິສູນກາງເລກທີ 39 (ລົງວັນທີ 15 ມັງກອນ 2019) ກ່ຽວກັບການເສີມຂະຫຍາຍບັນດາແຫຼ່ງກຳລັງຂອງພື້ນຖານເສດຖະກິດ ໄດ້ເປັນປະທານວາລະປະຊຸມຄັ້ງທີ 1 ແນໃສ່ເປັນເອກະພາບແຜນການຜັນຂະຫຍາຍ ແລະ ບັນດາເນື້ອໃນຈຸດສຸມຂອງແຜນຮ່າງ.
ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຕ້ອງຫັນປ່ຽນຢ່າງແຮງຈາກຈິນຕະນາການປຸກລະດົມໄປສູ່ການຄຸ້ມຄອງແຫຼ່ງກຳລັງແຫ່ງຊາດ:
“ພວກເຮົາຕ້ອງປຸກລະດົມ ແລະ ນຳໃຊ້ແຫຼ່ງກຳລັງດ້ານການເງິນຢ່າງໃຫຍ່ຫຼວງ, ແຕ່ເຮັດແນວໃດທີ່ຈະປຸກລະດົມໄດ້ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ເພື່ອບັນລຸລະດັບເຕີບໂຕຢ່າງວ່ອງໄວ, ຍືນຍົງບໍ່ພຽງແຕ່ອີງໃສ່ກຳລັງໜູນເປັນມູນເຊື້ອເທົ່ານັ້ນ, ຫາກຍັງດຳເນີນບັນດາບາດກ້າວຢ່າງແຮງ ເພື່ອປ່ຽນແປງໃໝ່ຮູບແບບການພັດທະນາ ໂດຍອີງໃສ່ການນຳໃຊ້ຜົນງານ, ຜະລິດຕະພັນຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ເພື່ອຍົກສູງຄຸນນະພາບການຄຸ້ມຄອງບໍລິຫານ, ປະສິດທິຜົນ ແລະ ກຳລັງແຮງແກ່ງແຍ້ງຂອງພື້ນຖານເສດຖະກິດ”.
ກ່ຽວກັບວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ທ່ານນາຍົກລັດຖະມົນຕີຖືວ່າ ບັນຫານີ້ຕ້ອງໄດ້ສຳຜັດຢ່າງຮອບດ້ານໃນຫຼາຍພາຫະນະ ເພື່ອຍົກສູງກຳລັງຄວາມສາມາດການຄຸ້ມຄອງແຫ່ງຊາດ.






