ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ພົບປະສົນທະນາກັບປະທານາທິບໍດີ ປານາມາ
ຕອນເຊົ້າວັນທີ 07 ຕຸລາ, ຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບທ່ານ José Raúl Mulino Quintero, ປະທານາທິບໍດີ ປານາມາ ເຊິ່ງພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມທິນຮຶງ, ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງກຳລັງໜູນເພື່ອນຳພົວພັນລະຫວ່າງ ຫວຽດນາມ ແລະ ປານາມາ ກ້າວເຂົ້າສູ່ໄລຍະພັດທະນາໃໝ່; ທ່ານສະເໜີໃຫ້ສອງຝ່າຍຫັນບັນດາຂໍ້ຕົກລົງຂັ້ນສູງຢ່າງໃຫ້ປະກົດຜົນເປັນຈິງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ ແລະ logistics, ພ້ອມກັນນັ້ນສ້າງຄວາມສະດວກເພື່ອໃຫ້ສິນຄ້າຂອງ 2 ປະເທດເຂົ້າເຖິງຕະຫຼາດຂອງກັນ.
ສ່ວນທ່ານປະທານາທິບໍດີ José Raúl Mulino ຢືນຢັນວ່າ, ພ້ອມແລ້ວທີ່ຈະເສີມຂະຫຍາຍທ່າແຮງຂອງຄອງເໝືອງ ປານາມາ, ລະບົບທ່າກຳປັ່ນ ແລະ logistics ເພື່ອໜູນຊ່ວຍ ຫວຽດນາມ ເຂົ້າເຖິງຕະຫຼາດ ອາເມລິກາ ລາຕິນ ແລະ ທະວີບ ອາເມລິກາ; ພ້ອມກັນນັ້ນຍິນດີຕ້ອນຮັບວິສາຫະກິດ ຫວຽດນາມ ມາລົງທຶນເຂົ້າໃນພື້ນຖານໂຄງລ່າງ, ການປຸງແຕ່ງກະສິກຳ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ...
ໃນວັນດຽວກັນ, ໃນການພົບປະສົນທະນາກັບທ່ານປະທານາທິບໍດີ José Raúl Mulino, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງໝີ້ນ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງຕັ້ງກຸ່ມສະມາຊິກລັດຖະສະພາ ຫວຽດນາມ-ປານາມາ, ທ່ານຢືນຢັນວ່າ ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດແມ່ນເສົາຄ້ຳສຳຄັນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ແລວນິຕິກຳສະດວກໃຫ້ແກ່ບັນດາຂໍ້ຕົກລົງສອງຝ່າຍ.







