• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຮັບປະກັນຄວາມໝັ້ນຄົງທາງໄຊເບີ ຕ້ອງຕິດພັນລະຫວ່າງ “ປົກປ້ອງລະບົບ” ແລະ “ປົກປ້ອງມະນຸດ”

ທ່ານນາຍົກລັດຖະມົນຕີໄດ້ໃສ່ໃຈວ່າ ບໍ່ໃຫ້ທັງລະບົບບໍ່ປະໝາດຢ່າງເດັດຂາດ ເມື່ອບາງເທື່ອຄວາມໄວໃນການຮັບປະກັນຄວາມໝັ້ນຄົງທາງໄຊເບີຍັງບໍ່ໄປທັນກັບທ່າພັດທະນາຂອງການຫັນເປັນດີຈີຕອນ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 06 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ​ແຫ່ງ​ຊາດ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ ຫວຽດ​ນາມ (06 ສິງ​ຫາ 2024 – 26 ສິງ​ຫາ 2026) ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ຄະ​ນະ​ຊີ້​ນຳ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບ​ີ ສົມ​ທົບ​ກັບ​ກະ​ຊວງ​ຕຳ​ຫຼ​ວດ​ຈັດ​ຂຶ້ນ ດ້ວຍ​ຫົວ​ຂໍ້ “ເພື່ອ​ພື້ນ​ທີ່​ໄຊ​ເບີມະ​ນຸດ​ສະ​ທຳ​​ສຳ​ລັບ​ແຕ່​ລະ​ຄົນ”.

​ທີ່​ພິ​ທີ​ມິດ​ຕິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ໃສ່​ໃຈ​ວ່າ ​ບໍ່​ໃຫ້ທັງ​ລະ​ບົບ​ບໍ່​​ປະໝາດ​ຢ່າງ​ເດັດ​ຂາດ ເມື່ອ​​ບາງ​ເທື່ອຄວາມ​ໄວ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີຍັງບໍ່​ໄປ​ທັນ​ກັບ​ທ່າ​ພັດ​ທະ​ນາ​ຂອງ​ການ​ຫັນ​ເປັນ​ດີ​ຈີ​ຕອນ. ພິ​ເສດ, ບັນ​ດາ​ຄວາມ​ສ່ຽງ​ຈາກ​ອາດ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ບຸກ​ໂຈມ​ຕີ​ທາງ​ໄຊ​ເບີ, ​ສໍ້​ໂກງ​ຫຼອກ​ລວງ​ທາງ​ອອນ​ລາຍ ແລະ ​ການລະ​ເມີດ​ຂໍ້​ມູນ​ສ່ວນ​ຕົວ​ພວມ​ເກີດ​ຂຶ້ນ​ຢ່າງ​ສັບ​ສົນ. ທ່ານນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮ​ຽ​ກ​ຮ້ອງວ່າ ຕ້ອງ​ຕິດ​ພັນ​ລະ​ຫວ່າງ “ປົກ​ປ້ອງ​ລະ​ບົບ” ແລະ “ປົກ​ປ້ອງ​ມະ​ນຸດ”.

“ການຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ຕ້ອງ​ມີ​ຄວາມ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ຄົບ​ຊຸດ​ລະ​ຫວ່າງ​ການ​ປົກ​ປ້ອງ​ລະ​ບົບ ແລະ ປົກ​ປ້ອງ​ມະ​ນຸດ, ດ້ວຍ​ເປົ້າ​ໝາຍ​ແມ່ນ​ຖື​ເອົາ​ຄວາມ​ປອດ​ໄພ, ຄວາມ​ສະ​ຫງົບ​ສຸກ ແລະ ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ໄມ້​ຫຼາ​ວັດ​ແທກ​ສູງ​ສຸດ​ໃຫ້​ທຸກ​ນະ​ໂຍ​ບາຍ. ນີ້ກໍ່​ແມ່ນແນວ​ຄິດ​ຊີ້​ນຳ​ລຸ​ລ່ວງ​ຂອງ​ສານ ວັນ​ຄວາມ​ໝັ້ນ​ຄົງ​ທາງ​ໄຊ​ເບີ​ປີນີ້: “ເພື່ອ​​ພື້ນ​ທີ່​ໄຊ​ເບີມະ​ນຸດ​ສະ​ທຳ​ສຳ​ລັບ​ລະ​ຄົນ”.

(ແຫຼ່ງຄັດຈາກ VOV)

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ Samuel Paparo ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການພາກ​ພື້ນ​ປາ​ຊີ​ຟິກ ອາ​ເມ​ລິ​ກາ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ Samuel Paparo ຜູ້​ບັນ​ຊາ​ການກອງ​ບັນ​ຊາ​ການພາກ​ພື້ນ​ປາ​ຊີ​ຟິກ ອາ​ເມ​ລິ​ກາ

ຕອນ​ບ່າຍ​ວັນ​ທີ 5 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານພົນ​ເຮືອ​ເອກ Samuel Paparo ຜູ້​ບັນ​ຊາ​​ມານກອງ​ບັນ​ຊາ​ການພາກ​ພື້ນ​ປາ​ຊີ​ຟິກ ອາ​ເມ​ລິ​ກາ (USPACOM).

Top