• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ເບິ່ງແຍງດູແລສຸຂະພາບປະຊາຊົນຍາມໃດກໍແມ່ນບຸລິມະສິດແຖວໜ້າ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພັກ, ລັດ ພ້ອມດ້ວຍປະຊາຊົນທຸກຖ້ວນໜ້າ ຍາມໃດກໍຕີລາຄາສູງ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຢາກແບ່ງປັນຄວາມຫຍຸ້ງຍາກ, ລຳບາກ, ການເສຍສະຫຼະຂອງຂະແໜງສາທາລະນະສຸກ, ຖັນແຖວແພດໝໍ ແລະ ພາລະກອນການແພດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິງຈິງ ກ່າວຄຳເຫັນທີ່ພິທີ   

 ຕອນຄ່ຳວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການສະແດງສິລະປະ “ນັກຮົບເສື້ອຂາວ” ໂດຍກະຊວງສາທາລະນະສຸກ ສົມທົບກັບສະຖານີໂທລະພາບແຫ່ງຊາດ ຫວຽດນາມ ຈັດຂຶ້ນ ແນໃສ່ຍ້ອງຍໍຊົມເຊີຍນັກຮົບເສື້ອຂາວ, ການເສຍສະຫຼະອັນມິດງຽບຂອງຖັນແຖວແພດໝໍ ເພື່ອພາລະກິດເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ, ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ.

ກ່າວຄຳເຫັນທີ່ລາຍການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພັກ, ລັດ ພ້ອມດ້ວຍປະຊາຊົນທຸກຖ້ວນໜ້າ ຍາມໃດກໍຕີລາຄາສູງ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຢາກແບ່ງປັນຄວາມຫຍຸ້ງຍາກ, ລຳບາກ, ການເສຍສະຫຼະຂອງຂະແໜງສາທາລະນະສຸກ, ຖັນແຖວແພດໝໍ ແລະ ພາລະກອນການແພດ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ; ອີກຄັ້ງໜຶ່ງ, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນດີງາມທີ່ສຸດມາຍັງແພດໝໍ, ພາລະກອນ, ພະນັກງານ, ຜູ້ທີ່ເຮັດວຽກໃນຂະແໜງສາທາລະນະສຸກຢູ່ທົ່ວທຸກແຫ່ງຂອງປະເທດຊາດ. ປະຊາຊົນຫວຽດນາມ ແຕ່ລະຄົນ ລ້ວນແຕ່ຢາກສະແດງຄວາມຮູ້ບຸນຄຸນ, ສະແດງຄວາມຂອບອົກຂອບໃຈ, ຢາກແບ່ງປັນ ແລະ ມີຄວາມເຂົ້າໃຈ, ເຫັນອົກເຫັນໃຈແພດໝໍ ແລະ ພາລະກອນການແພດ ດ້ວຍພາລະກຳອັນສູງສົ່ງ ແລະ ເປັນໜ້າເອກອ້າງທະນົງໃຈ ເພື່ອເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນ, ປະກອບສ່ວນສ້າງຊາດໃຫ້ເຂັ້ມແຂງ, ປະເທດຈະເລີນ, ຮຸ່ງເຮືອງສີວິໄລ ແລະ ວັດທະນາຖາວອນ.”

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top