• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງພັດທະນາເສດຖະກິດ, ການຄ້າສາກົນ ການາດາ ແລະ ເອກອັກຄະລັດຖະທູດ ໄທ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຄົ້ນຄວ້າ ສ້າງກົນໄກຮ່ວມມືໃໝ່ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດການຄ້າ, ການລົງທຶນ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພະລັງງານ, ການສຶກສາບຳລຸງສ້າງ…
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານນາງ Mary Ng, ລັດຖະມົນຕີກະຊວງເສດຖະກິດ, ການຄ້າສາກົນ ແລະ ການສົ່ງເສີມການສົ່ງອອກ ການາດາ (ພາບ: TTXVN)

ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງ Mary Ng, ລັດຖະມົນຕີກະຊວງເສດຖະກິດ, ການຄ້າສາກົນ ແລະ ການສົ່ງເສີມການສົ່ງອອກ ການາດາ ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ໂດຍເຫັນໄດ້ເຖິງຄວາມສາມາດບົ່ມຊ້ອນຂອງການຮ່ວມມືພັດທະນາລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຄົ້ນຄວ້າ ສ້າງກົນໄກຮ່ວມມືໃໝ່ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດການຄ້າ, ການລົງທຶນ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ພະລັງງານ, ການສຶກສາບຳລຸງສ້າງ…

ໂດຍເຫັນດີຕໍ່ຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານນາງ Mary Ng ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່; ທ່ານນາງປາດຖະໜາວ່າ ຫວຽດນາມ ຈະພ້ອມກັບ ການາດາ ຊຸກຍູ້ການເຈລະຈາສັນຍາການຄ້າເສລີ ອາຊຽນ - ການາດາ ແລະ ສະໜັບສະໜູນ ການາດາ ໃນບົດບາດປະທານໝູນວຽນສັນຍາຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ໃນປີ 2024 ນີ້.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ປະຈຳ ຫວຽດນາມ ນິກອນເດດ ພະລາງກຸນ ເຂົ້າຢ້ຽມອຳລາ, ໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຮອບ​ດ້ານ, ສ້າງ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່

ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຮອບ​ດ້ານ, ສ້າງ​ພື້ນ​ທີ່​ພັດ​ທະ​ນາ​ໃໝ່

ໃນອາທິດຜ່ານມາ, ເປັນຄັ້ງທຳອິດທີ່ ຫວຽດນາມ ດຳເນີນພິທີເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ 80 ໂຄງການ, ກິດຈະກຳພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມສຳຄັນ, ຈຸດສຸມຂອງປະເທດຊາດ. ນີ້ແມ່ນບັນດາກິດຈະກຳທີ່ເປັນສັນຍາລັກ, ຢັ້ງຢືນພາບພົດປະເທດ ຫວຽດນາມ ພັດທະນາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກ.

Top