• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ: ຫວຽດນາມ ຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປໂດຍພື້ນຖານ

      ຕອນບ່າຍວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ໂດຍເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ຫວຽດນາມ ໄດ້ຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປໂດຍພື້ນຖານ ແລະ ກອງປະຊຸມນີ້ສືບຕໍ່ປຶກສາຫາລືເພື່ອ ອະນຸຍາດໃຫ້ຄ່ອຍໆສືບຕໍ່ການເຄື່ອນໄຫວດຳເນີນທຸລະກິດຄືນໃຫມ່ເພື່ອແກ້ໄຂບັນຫາວຽກເຮັດງານທຳ, ສ້າງຄວາມສະຖຽນລະພາບໃນການຜະລິດ ແລະ ຊຸກຍູ້ການເຕີບໂຕ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) 
      ທ່ານນາຍົກລັດຖະມົນຕີ ຖືວ່າ ຫວຽດນາມມີຈຳນວນພົນລະເມືອງເກືອບ 100 ລ້ານຄົນ ແຕ່ວ່າຜູ້ຕິດເຊື້ອພະຍາດ Covid – 19 ພຽງແຕ່ 270 ຄົນ,ໃນນັ້ນມີ 225 ຄົນຫາຍດີ ແລະ ບໍ່ມີຜູ້ໃດເສຍຊີວິດ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ ທົ່ວລະບົບການເມືອງຕ້ອງປະຕິບັດມາດຕະການສະກັດກັ້ນຢ່າງຂ້ຽວຂາດ, ມີຄວາມຕັດສິນໃຈໃນການປ້ອງກັນສະກັດກັ້ນໂລກລະບາດ ຢ່າງມີປະສິດທິຜົນ.
            ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19, ມາຮອດປັດຈຸບັນ, ຫວຽດນາມ ຜະລິດໄດ້ຕົວແບບວິໄຈດ້ວຍຕົນເອງແທນທີ່ແຫຼ່ງນຳເຂົ້າຈາກຕ່າງປະເທດແລ້ວ ແລະ ພວມໄດ້ຮັບການນຳໃຊ້ຢ່າງຫຼວງຫຼາຍຢູ່ ຫວຽດນາມ ເພື່ອກວດຫາເຊື້ອໄວຣັດ SARS – CoV- 2. ຈຸດດີຂອງບັນດາຕົວແບບວິໄຈນີ້ແມ່ນມີລາຄາທີ່ເໝາະສົມ, ມີຄຸນນະພາບເທົ່າກັນກັບບັນດາຕົວແບບວິໄຈສາກົນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top