• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ: ການວາງແຜນຜັງພັດທະນາຕົວເມືອງຕ້ອງມີວິໄສທັດ

      ຕອນບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທີ່ການພົບປະກັບການນຳສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ການພັດທະນາຕົວເມືອງ ແມ່ນຊ່ອງທາງເຕີບໂຕທີ່ສຳຄັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ການພົບປະ (ພາບ: nhandan.com.vn)
      ນີ້ກໍ່ແມ່ນທ່າອ່ຽງລວມຂອງໂລກ, ພັດທະນາຕົວເມືອງໄວແຕ່ຕ້ອງຖືກທິດ ແລະ ຍືນຍົງ. ນີ້ກໍ່ແມ່ນບັນຫາເຊິ່ງ ທ່ານນາຍົກລັດຖະມົນຕີ ໄດ້ວາງອອກໃຫ້ສະມາຄົມວາງແຜນຜັງພັດທະນາຕົວເມືອງ ຫວຽດນາມ. ດັ່ງນັ້ນ, ການວາງແຜນຜັງພັດທະນາຕົວເມືອງຕ້ອງມີວິໄສທັດ, ຖ້າຫາກບໍ່ມີ ຈະເກີດຜົນເສຍຫາຍຢ່າງໜັກທີ່ສຸດ.
            ຕາມທ່ານນາຍົກລັດຖະມົນຕີແລ້ວ,ສະມາຄົມຄວນສືບຕໍ່ຍົກສູງຄຸນນະພາບວຽກງງານຕີລາຄາຄຸນນະ ພາບທາງສັງຄົມ,ໃນຂົງເຂດວາງແຜນຜັງກໍ່ສ້າງ,ຄຸ້ມຄອງພັດທະນາຕົວເມືອງ, ຊົນນະບົດໃຫ້ເໝາະສົມ ກັບໄລຍະພັດທະນາໃໝ່ຮອດປີ 2030, ວິໄສທັດປີ 2045 ຂອງ ປະເທດຊາດ.
 (ແຫຼ່ງຄັດຈາກ VOV)

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ເກືອບ 40 ປະ​ເທດ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026

ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ - ມິດ​ຕະ​ພາບ - ຮ່ວມ​ມື​ພ້ອມ​ກັນ​ພັດ​ທະ​ນາ”, ງານ​ວາງ​ສະ​ແດງ​ການ​ປ້ອງ​ກັນ​ຊາດ​ສາ​ກົນ ຫວຽດ​ນາມ 2026 ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 13 ທັນ​ວາ, ຢູ່​ສະ​ໜາມ​ບິນ​ຢາ​ເລິມ ຮ່າ​ໂນ້ຍ.

Top