• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງເບົາຄວາມເສົ້າສະລົດໃຈກັບບັນດາຄອບຄົວມີຜູ້ຮັບເຄາະຮ້າຍຢູ່ອັງກິດ

ພາຍຫຼັງສະຖານທູດຫວຽດນາມປະຈຳອັງກິດ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ລາຍງານກ່ຽວກັບເລື່ອງຕຳຫຼວດເຂດ ແອດເຊັກ ປະກາດມີຜູ້ຮັບເຄາະຮ້າຍ ຊາວຫວຽດນາມ, ແຕ່ຍັງບໍ່ທັນຢັ້ງຢືນຊື່ລະອຽດໃນເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ.

ເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ

ຈາກບາງກອກ ປະເທດໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະລົດໃຈມາຍັງບັນດາຄອບຄົວມີຜູ້ຮັບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດຈົ່ງແຕ່ງຕັ້ງບັນດາຄະນະປະຕິບັດງານ ໂດຍການນຳບັນດາກະຊວງເປັນຫົວໜ້າຄະນະ ໄປອັງກິດເພື່ອເຮັດວຽກກັບບັນດາເຈົ້າໜ້າທີ່ອັງກິດເພື່ອແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງສະເໜີອຳນາດການປົກຄອງທ້ອງຖິ່ນ ຕ່າງໆ ທີ່ມີຜູ້ຮັບເຄາະຮ້າຍ ຈົ່ງປະຕິບັດບັນດາມາດຕະການທີ່ສອດຄ່ອງ ແລະ ເອົາໃຈໃສ່ແບ່ງປັນ, ລະດົມໃຈແກ່ເຂົາເຈົ້າ ເພ່ືອຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍນີ້ໂດຍໄວ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top