ຂ່າວສານ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແບ່ງເບົາຄວາມເສົ້າສະລົດໃຈກັບບັນດາຄອບຄົວມີຜູ້ຮັບເຄາະຮ້າຍຢູ່ອັງກິດ 04/11/2019 ພາຍຫຼັງສະຖານທູດຫວຽດນາມປະຈຳອັງກິດ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ລາຍງານກ່ຽວກັບເລື່ອງຕຳຫຼວດເຂດ ແອດເຊັກ ປະກາດມີຜູ້ຮັບເຄາະຮ້າຍ ຊາວຫວຽດນາມ, ແຕ່ຍັງບໍ່ທັນຢັ້ງຢືນຊື່ລະອຽດໃນເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ. ເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ ຈາກບາງກອກ ປະເທດໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະລົດໃຈມາຍັງບັນດາຄອບຄົວມີຜູ້ຮັບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດຈົ່ງແຕ່ງຕັ້ງບັນດາຄະນະປະຕິບັດງານ ໂດຍການນຳບັນດາກະຊວງເປັນຫົວໜ້າຄະນະ ໄປອັງກິດເພື່ອເຮັດວຽກກັບບັນດາເຈົ້າໜ້າທີ່ອັງກິດເພື່ອແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງສະເໜີອຳນາດການປົກຄອງທ້ອງຖິ່ນ ຕ່າງໆ ທີ່ມີຜູ້ຮັບເຄາະຮ້າຍ ຈົ່ງປະຕິບັດບັນດາມາດຕະການທີ່ສອດຄ່ອງ ແລະ ເອົາໃຈໃສ່ແບ່ງປັນ, ລະດົມໃຈແກ່ເຂົາເຈົ້າ ເພ່ືອຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍນີ້ໂດຍໄວ. (ແຫຼ່ງຄັດຈາກ VOV)

ພາຍຫຼັງສະຖານທູດຫວຽດນາມປະຈຳອັງກິດ ແລະ ກະຊວງການຕ່າງປະເທດຫວຽດນາມ ໄດ້ລາຍງານກ່ຽວກັບເລື່ອງຕຳຫຼວດເຂດ ແອດເຊັກ ປະກາດມີຜູ້ຮັບເຄາະຮ້າຍ ຊາວຫວຽດນາມ, ແຕ່ຍັງບໍ່ທັນຢັ້ງຢືນຊື່ລະອຽດໃນເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ. ເຫດມີຜູ້ເສຍຊີວິດ 39 ຄົນໃນລົດຕູ້ ຢູ່ອັງກິດ ຈາກບາງກອກ ປະເທດໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະລົດໃຈມາຍັງບັນດາຄອບຄົວມີຜູ້ຮັບເຄາະຮ້າຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳກະຊວງຕຳຫຼວດ ແລະ ກະຊວງການຕ່າງປະເທດຈົ່ງແຕ່ງຕັ້ງບັນດາຄະນະປະຕິບັດງານ ໂດຍການນຳບັນດາກະຊວງເປັນຫົວໜ້າຄະນະ ໄປອັງກິດເພື່ອເຮັດວຽກກັບບັນດາເຈົ້າໜ້າທີ່ອັງກິດເພື່ອແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງສະເໜີອຳນາດການປົກຄອງທ້ອງຖິ່ນ ຕ່າງໆ ທີ່ມີຜູ້ຮັບເຄາະຮ້າຍ ຈົ່ງປະຕິບັດບັນດາມາດຕະການທີ່ສອດຄ່ອງ ແລະ ເອົາໃຈໃສ່ແບ່ງປັນ, ລະດົມໃຈແກ່ເຂົາເຈົ້າ ເພ່ືອຜ່ານຜ່າຄວາມເຈັບປວດ, ຄວາມສູນເສຍນີ້ໂດຍໄວ. (ແຫຼ່ງຄັດຈາກ VOV)