• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ 20ປີ ແຫ່ງວັນສ້າງຕັ້ງມະຫາວິທະຍາໄລທຸລະກິດ ແລະ ເຕັກໂນໂລຊີຮ່າໂນ້ຍ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ນະ​ພິ​ທີ
 
      ກ່າວ​ຄ​ຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ມະ​ຫາ​ວິ​ທະ​ຍາ​ໄລ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ 13/12 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ຫນັກ​ວ່າ ມະ​ຫາ​ວິ​ທະ​ຍາ​ໄລ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຖື​ການ​ບຳ​ລຸງ​ສ້າງ​ອາ​ຊີບ, ການ​ປະ​ຕິ​ບັດ​ທົ​ດ​ລອງ​ເປັນ​ການ​ກຳ​ນົດ​ທິດ​ເປັນ​ຕົ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫນີ: ໃນ​ສະ​ພາບ​ການ​ຂອງ​ວິ​ກິດ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4, ມະ​ຫາ​ວິ​ທະ​ຍາ​ໄລ​ຄວນ​ປະ​ຕິ​ບັດ​ການ​ປ່ຽນ​ໃຫມ່ເນື້ອ​ໃນ, ວິ​ທີ​ການ​ບຳ​ລຸງ​ສ້າງ​ໂດຍ​ພື້ນ​ຖານ, ຮອບ​ດ້ານ​ເພື່ອ​ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຄຸນ​ນະ​ທາດ​ຂອງ​ນັກ​ສຶກ​ສາ.
“ມະ​ຫາ​ວິ​ທະ​ຍາ​ໄລ​ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຮ່າ​ໂນ້ຍ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ປ່ຽນ​ໃຫມ່​ການ​ສິດ​ສອນ ແລະ ຮ່ຳ​ຮຽນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້​າງ​ຕິດ​ພັນ​ກັບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຫລາຍ​ຮູບ​ແບບ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ຄະ​ຕິ​ທຳ​ທີ່​ໄດ້​ວາງ​ອອກ.”
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top