• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ ຫວຽດນາມ 2019

ໃນຂອບເຂດວັນບຸນທ່ອງທ່ຽວນະຄອນ, ຕອນເຊົ້າວັນທີ 12 ເມສາ, ມະຫາວິທະຍາໄລ ຮວາແຊນ ໄດ້ສົມທົບກັບພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ ຈັດຕັ້ງເວທີປາໄສແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ ຫວຽດນາມ 2019 (Vietnam Tourism Human Resources Forum). 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມເວທີປາໄສແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ ຫວຽດນາມ 2019 (ພາບ: VGP)

ໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ, ເວທີປາໄສຄັ້ງທຳອິດໃນປີ 2019 ມີຫົວຂໍ້ວ່າ “ບຳລຸງສ້າງແຫຼ່ງຊັບພະຍາກອນດ້ານການທ່ອງທ່ຽວ ຫວຽດນາມ ເພື່ອພັດທະນາຂະແໜງເສດຖະກິດຈຸດສຸມ”. ເວທີປາໄສໄດ້ດຶງດູດຜູ້ແທນເຂົ້າຮ່ວມກ່ວາ 300 ຄົນແມ່ນບັນດາກະຊວງ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ, ບັນດາພະແນກທ່ອງທ່ຽວຢູ່ໃນທົ່ວປະເທດ, ບັນດາອົງການບຳລຸງສ້າງຂະແໜງທ່ອງທ່ຽວຢູ່ພາຍໃນ ແລະ ສາກົນ, ບັນດາວິສາຫະກິດທ່ອງທ່ຽວ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ:

        ພວກເຮົາໄດ້ລັ່ງເລໃຈຫລາຍຢ່າງ ກ່ຽວກັບເລື່ອງ ມີແຫຼ່ງຊັບພະຍາກອນມະນຸດຢ່າງພຽງພໍ ທີ່ມີຄຸນນະພາບຕອບສະໜອງຄວາມຕ້ອງການຂອງຂະແໜງການທ່ອງທ່ຽວເປັນຢ່າງດີຫຼືບໍ່ ຕາມຂ້າພະເຈົ້າແລ້ວ, ຄຳຖາມທີ່ຖາມນັ້ນແມ່ນກົງກັນຂ້າມ. ນັ້ນແມ່ນ ຂະແໜງທ່ອງທ່ຽວມີຄວາມດຶງດູດຢ່າງພຽງພໍ ເພື່ອຍາດແຍ່ງ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດ, ກຳລັງແຮງງານມີທັກສະ ບໍ່ພຽງແຕ່ຢູ່ໃນປະເທດ ແລະ ທັງສາກົນເຂົ້າຮ່ວມຂົງເຂດນີ້ ຫຼື ບໍ່ນັ້ນ? ບັນດານະໂຍບາຍບຳລຸງສ້າງ, ບຸລິມະສິດ, ພັດທະນາອາຊີບ ແລະ ດຶງດູດແຮງງານທີ່ມີຄວາມເກັ່ງກ້າສາມາດ ມີທັກສະ ຈະຕັດສິນຄວາມສາມາດດຶງດູດແຫຼ່ງຊັບພະຍາກອນມະນຸດ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາບໍລິສັດ, ບັນດາຮູບແບບດຳເນີນທຸລະກິດໄດ້ເຄື່ອນໄຫວດີທີ່ສຸດແລ້ວໃນຂະແໜງທ່ອງທ່ຽວ ຫວຽດນາມ  ແລະກໍ່ແມ່ນບັນດາອົງການເຫຼົ່ານີ້ ມີຄຳຕອບດີທີ່ສຸດໃຫ້ແກ່ຄຳຖາມນີ້.

        ພາຍຫລັງເຂົ້າຮ່ວມເວທີປາໄສດັ່ງກ່າວ, ຕອນເຊົ້າວັນທີ 12 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຕິດຕາມກວດກາສະພາບການກໍ່ສ້າງທາງລົດໄຟຕົວເມືອງເລກ 1 (ເບນແທ່ງ - ຊວຍຕຽນ) ຢູ່ນະຄອນ ໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)


ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top