• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ

ຕອນເຊົ້າວັນທີ 23 ພະຈິກ, ທີ່ເມືອງເລເຈິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ນະຄອນຫາຍຟ່ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນຫາຍຟ່ອງ (ພາບ: thanhnien.vn)

ນະທີ່ນີ້, ພາຍຫຼັງມີການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນໍາການນໍານະຄອນຫາຍຟ່ອງວ່າ ເອົາໃຈໃສ່ແກ້ໄຂບາງບັນຫາ ເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈໃນບໍລິເວນນະຄອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ:

        “ຕ້ອງເອົາໃຈໃສ່ເຖິງປະຊາຊົນໃຫ້ຫຼາຍກວ່າອີກ. ເປົ້າໝາຍສຸດທ້າຍແມ່ນຮັບໃຊ້ປະຊາຊົນ. ຢາກເຮັດໄດ້ຄືແນວນັ້ນ, ພະນັກງານຕ້ອງເປັນແບບຢ່າງ, ສຸດອົກສຸດໃຈເພື່ອປະຊາຊົນ. ທີສອງແມ່ນ ຕ້ອງປະຕິບັດລະບຽບວິໄນໃຫ້ເປັນຢ່າງດີ. ພະນັກງານຂັ້ນລຸ່ມຕ້ອງເຄົາລົບຂັ້ນເທິງ. ຈັດຕັ້ງການປະຕິບັດບັນດາແຜນນະໂຍບາຍ, ແນວທາງ, ກົດໝາຍ ໃນບັນດາການເຄື່ອນໄຫວໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນຢູ່ຂັ້ນຮາກຖານ”.

        ກ່ຽວກັບນະໂຍບາຍດຶງດູດ FDI ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ລັດຖະບານສົ່ງເສີມບັນດາໂຄງການເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມ, ຮັບປະກັນການແກ້ງແຍ້ງຢ່າງປອດໃສກັບບັນດາວິສາຫະກິດພາຍໃນປະເທດ.

        ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິງ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງລອງອານ ກໍມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງເບັ໋ນລຶກ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່່າບິງ ໄດ້ຮັບຮູ້ບັນດາການປະກອບຄໍາຄິດເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ແລະ ຖືວ່າ ນີ້ແມ່ນບັນຫາທີ່ແທດຈິງ. ທ່ານ ເຈືອງຮວ່່າບິງ ສະແດງຄວາມຂອບໃຈ ແລະ ຮັບເອົາບັນດາການປະກອບຄໍາເຫັນທີ່ກົງໄປກົງມາ, ມີຄວາມຮັບຜິດຊອບຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບບັນດາບັນຫາໃຫຍ່ຂອງປະເທດຊາດ ກໍຄື ບັນຫາຊີວິດການເປັນຢູ່ຂອງປະຊາຊົນໃນບໍລິເວນແຂວງ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top